ເກົາຫຼີເໜືອປະກາດຄວາມສຳເລັດ ຂີປະນາວຸດສາມາດຍິງໄດ້ໄກທົ່ວແຜ່ນດິນສະຫະລັດ - ອິດສະຫຼະ

ເກົາຫຼີເໜືອປະກາດຄວາມສຳເລັດ ຂີປະນາວຸດສາມາດຍິງໄດ້ໄກທົ່ວແຜ່ນດິນສະຫະລັດ



ສຳນັກຂ່າວຕ່າງປະເທດລາຍງານ 29 ພະຈິກ 2017 ໂດຍອ້າງອີງຈາກລາຍງານຂອງສຳນັກຂ່າວກາງເກົາຫຼີ (KCNA) ເຊິ່ງເປັນກະບອກສຽງຫຼັກຂອງລັດຖະບານເກົາຫຼີເໜືອວ່າ: ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ລົງຕິດຕາມໃນການບັນຊາການ ແລະ ຮ່ວມສັງເກດການການຍິງຂີປະນາວຸດຂ້າມທະວີບ (ICBM) ຮວາຊອງ-15 (Hwasong-15) ທີ່ສາມາດຂຶ້ນສູ່ລະດັບຄວາມສູງໄດ້ປະມານ 4,475 ກິໂລແມັດ ສູງກວ່າຕຳແໜ່ງທີ່ຕັ້ງຂອງສະຖານີອະວະກາດນານາຊາດ (ISS) ເກີນ 10 ເທົ່າ ແລະ ສາມາດລອຍຢູ່ໃນອາກາດໄດ້ດົນເຖິງ 53 ນາທີ ເປັນໄລຍະທາງໄກປະມານ 960 ກິໂລແມັດ.


ເຊິ່ງລາຍງານຂອງ KCNA ລະບຸວ່າ: ທ່ານ ຄິມ ຈອງ-ອຶນ ກ່າວເຖິງການຍິງຂີປະນາວຸດໃນຄັ້ງນີ້ວ່າ: ເປັນປະຫວັດສາດ ແລະ ເປັນກຽດຕິຍົດຂອງເກົາຫຼີເໜືອໃນຖານະການເປັນ "ລັດນິວເຄຼຍ" ຢ່າງສົມບູນແບບ ພ້ອມທັງເຕືອນອີກວ່າ ແຜ່ນດິນໃຫຍ່ທັງໝົດຂອງສະຫະລັດຢູ່ພາຍໃຕ້ພິໄສການຍິງຂອງຫົວຊອງ-15 ທີ່ສາມາດໂຈມຕີເປົ້າໝາຍໄດ້ຢ່າງມີປະສິດທິພາບ ພ້ອມການຕິດຕັ້ງຫົວຮົບນິວເຄຼຍຂະໜາດໃຫຍ່.

ຂະນະທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ກ່າວເຖິງເຫດການທີ່ເກີດຂຶ້ນພຽງແຕ່ວ່າ "ສະຫະລັດຈະຕ້ອງແກ້ໄຂບັນຫານີ້" ດ້ານພົນເອກ ເຈມ ແມັດທິສ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ກ່າວວ່າການຍິງຂີປະນາວຸດຂອງເກົາຫຼີເໜືອຄັ້ງນີ້ຖືເປັນ "ບາດກ້າວທີ່ສຳຄັນ" ທີ່ລັດຖະບານເກົາຫຼີເໜືອຈະພັດທະນາຂີປະນາວຸດທີ່ສາມາດ "ຮຸກຮານໂລກໄດ້ທັງໂລກ" ແຕ່ສະຫະລັດຍອມຮັບວ່າ ຂີປະນາວຸດລູກນີ້ສາມາດຂຶ້ນສູ່ລະດັບຄວາມສູງໄດ້ສູງທີ່ສຸດໃນບັນດາຂີປະນາວຸດທີ່ເກົາຫຼີເໜືອເຄີຍທົດລອງຜ່ານມາ ໂດຍການເຄື່ອນໄຫວຂອງເກົາຫຼີເໜືອໃນຄັ້ງນີ້ເກີດຂຶ້ນພຽງ 1 ອາທິດ ພາຍຫຼັງທີ່ສະຫະລັດນຳເກົາຫຼີເໜືອກັບເຂົ້າສູ່ບັນຊີດຳເປັນ "ລັດສະໜັບສະໜູນການກໍ່ການຮ້າຍ".


ໃນຂະນະດຽວກັນທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ກໍ່ໄດ້ປະນາມເກົາຫຼີເໜືອຢ່າງຮຸນແຮງ ເນື່ອງຈາກຂີປະນາວຸດໄດ້ຕົກໃນນ່ານນ້ຳທີ່ຖືເປັນເຂດເສດຖະກິດພິເສດຂອງຍີ່ປຸ່ນ (EEC), ສ່ວນທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ກໍ່ໄດ້ຮຽກປະຊຸມສຸກເສີນໜ່ວຍງານດ້ານຄວາມໝັ້ນຄົງໃນນະຄອນຫຼວງໂຊ.




No comments

Powered by Blogger.