ພູໄຟອາກຸງຍັງລະເບີດຕໍ່ເນື່ອງ ອິນໂດເນເຊຍປິດສະໜາມບິນບາຫຼີຕໍ່ຈົນເຖິງ 30 ພະຈິກ - ອິດສະຫຼະ

ພູໄຟອາກຸງຍັງລະເບີດຕໍ່ເນື່ອງ ອິນໂດເນເຊຍປິດສະໜາມບິນບາຫຼີຕໍ່ຈົນເຖິງ 30 ພະຈິກ



ສຳນັກຂ່າວຕ່າງປະເທດລາຍງານ 29 ພະຈິກ 2017 ວ່າ: ສະໜາມບິນສາກົນງູຣະໄຣ ເຊິ່ງເປັນສະໜາມບິນຫຼັກຢູ່ເກາະບາຫຼີ ຂອງອິນໂດເນເຊຍ ອອກຖະແຫຼງການໃນວັນພຸດນີ້ ເລື່ອງຄວາມຈຳເປັນຕ້ອງຂະຫຍາຍໄລຍະເວລາປິດໃຫ້ບໍລິການ "ອີກຢ່າງໜ້ອຍ 24 ຊົ່ວໂມງ" ຫຼື ຈົນເຖິງເວລາ 07:00 ຂອງວັນພະຫັດທີ 30 ພະຈິກ 2017 ນີ້ ຕາມເວລາທ້ອງຖິ່ນ ພາຍຫຼັງທີ່ປິດບໍລິການມາຕັ້ງແຕ່ວັນຈັນທີ່ຜ່ານມາ ອັນເນື່ອງມາຈາກສະຖານະການຂອງພູໄຟອາກຸງ ທີ່ຍັງຄົງມີຄວັນຕຶບໜາ ແລະ ເຖົ່າຖ່ານກະຈາຍອອກມາຈາກປາກພູໄຟຢ່າງຕໍ່ເນື່ອງ ເຊິ່ງສະຖານະການດັ່ງກ່າວຍັງຖືເປັນຄວາມສ່ຽງຕໍ່ການຈະລາຈອນທາງອາກາດຢູ່ເກາະບາຫຼີ.

ໃນດ້ານຂອງລາຍງານຈາກ ສຳນັກງານບໍລິຫານຈັດການໄພພິບັດແຫ່ງຊາດຂອງອິນໂດເນເຊຍ (BNPB) ລະບຸວ່າ ພູໄຟອາກຸງລະເບີດຄັ້ງຫຼ້າສຸດເມື່ອເວລາ 20:00 ນາທີ ຕາມເວລາທ້ອງຖິ່ນຂອງວັນອັງຄານທີ່ຜ່ານມາ ຂະນະທີ່ໄລຍະເວລາຂອງການລະເບີດຄັ້ງຮຸນແຮງທີ່ສຸດຂອງວັນອັງຄານທີ່ຜ່ານມາ ຢູ່ໃນຊ່ວງເວລາ 14:00-15:00 ນາທີ ໂດຍກຸ່ມຄວັນລອຍຂຶ້ນສູງຈາກປາກພູໄຟເຖິງ 4,000 ແມັດ.

ເຊິ່ງ BNPB ໄດ້ຍົກລະດັບການເຕືອນໄພພູໄຟອາກຸງເປັນລະດັບ 4 ຫຼື ສີແດງ ເຊິ່ງເປັນຂັ້ນສູງສຸດ ເມື່ອວັນອາທິດທີ່ຜ່ານມາ ແລະ ສັ່ງອົບພະຍົບປະຊາຊົນປະມານ 100,000 ຄົນ ພາຍໃນລັດສະໜີ 10 ກິໂລແມັດຈາກຈຸດສູນກາງຂອງພູໄຟ ທ່າມກາງຄວາມເປັນຫ່ວງວ່າພູໄຟອາກຸງ ເຊິ່ງມີຄວາມສູງ 3,031 ແມັດ ອາດລະເບີດຢ່າງຮຸນແຮງຄືກັບທີ່ເຄີຍເກີດຂຶ້ນໃນປີ 1963 ທີ່ຂ້າຊີວິດປະຊາຊົນຫຼາຍກວ່າ 1,000 ຄົນ.









No comments

Powered by Blogger.