ປ.ທຣຳ ປຶກສາຫາລືທາງໂທລະສັບກັບຜູ້ນຳຍີ່ປຸ່ນ ແລະ ເກົາຫຼີໃຕ້ ບັນຫາຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອ - ອິດສະຫຼະ

ປ.ທຣຳ ປຶກສາຫາລືທາງໂທລະສັບກັບຜູ້ນຳຍີ່ປຸ່ນ ແລະ ເກົາຫຼີໃຕ້ ບັນຫາຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 29 ພະຈິກ 2017 ວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຮິກາ, ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນ ແລະ ທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ໄດ້ມີການປຶກສາຫາລືກັນທາງໂທລະສັບ ເມື່ອຕອນເຊົ້າທີ່ຜ່ານມາ ພາຍລັງທີ່ເກົາຫຼີເໜືອຍິງຂີປະນາວຸດຮອບຫຼ້າສຸດຕົກໃນນ່ານນ້ຳທີ່ເປັນເຂດເສດຖະກິດພິເສດທາງທະເລຂອງຍີ່ປຸ່ນ (EEC) ເມື່ອຕອນເຊົ້າມືດຂອງວັນພຸດນີ້.

ເຊິ່ງສະຫະປະຊາຊາດກຽມປະຊຸມສຸກເສີນໃນມື້ນີ້ເວລາ 16:30 ຕາມເວລາທ້ອງຖິ່ນໃນສະຫະລັດ ອາເມຣິກາ ຕາມຄຳຮຽກຮ້ອງຂອງສະຫະລັດ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ຕໍ່ກັບບັນຫາທີ່ເກົາຫຼີເໜືອໄດ້ມີການທົດລອງຂີປະນາວຸດຄັ້ງຫຼ້າສຸດນີ້ ເມື່ອເວລາ 03:17 ນາທີ ຕາມເວລາທ້ອງຖິ່ນທີ່ເມືອງພະຢອງຊັງ ໃນແຂວງພະຢອງກັນໃຕ້.

ຂະນະທີ່ສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຫຼັກຂອງເກົາຫຼີເໜືອ ໄດ້ລາຍງານເຖິງຜົນສຳເລັດຂອງການທົດລອງຂີປະນາວຸດໃນຄັ້ງນີ້ວ່າ ຂີປະນາວຸດທີ່ໃຊ້ທົດລອງແມ່ນຮວາຊອງ-15 (Hwasong-15) ທີ່ສາມາດຂຶ້ນສູ່ລະດັບຄວາມສູງໄດ້ເຖິງ 4,475 ກິໂລແມັດ ສູງກວ່າຕຳແໜ່ງທີ່ຕັ້ງຂອງສະຖານີອະວະກາດນານາຊາດ (ISS) ແລະ ສາມາດລອຍຕົວຢູ່ໃນອາກາດໄດ້ດົນເຖິງ 53 ນາທີ ແລະ ຍິງໄດ້ໄກປະມານ 960 ກິໂລແມັດ ເຊິ່ງຖືເປັນຄັ້ງປະຫວັດສາດ ແລະ ເປັນກຽດຕິຍົດສູງສຸດຂອງເກົາຫຼີເໜືອໃນຖານະການເປັນ "ລັດນິວເຄຼຍ" ຢ່າງສົມບູນແບບ ພ້ອມທັງເຕືອນອີກວ່າ ແຜ່ນດິນໃຫຍ່ທັງໝົດຂອງສະຫະລັດຢູ່ພາຍໃຕ້ພິໄສການຍິງຂອງຫົວຊອງ-15.



No comments

Powered by Blogger.