ສາຍການບິນ China Southern Airlines ເປີດເສັ້ນທາງການບິນວຽງຈັນ-ກວາງໂຈວ - ອິດສະຫຼະ

ສາຍການບິນ China Southern Airlines ເປີດເສັ້ນທາງການບິນວຽງຈັນ-ກວາງໂຈວ



ສຳນັກຂ່າວສານປະເທດລາວລາຍງານ 29 ພະຈິກ 2017 ວ່າ: ສາຍການບິນ ໄຊນາ ເຊົາເທີນ ແອລາຍ (China Southern Airlines) ໄດ້ເປີດເສັ້ນທາງການບິນວຽງຈັນ-ກວາງໂຈວ ຢ່າງເປັນທາງການໃນວັນທີ 29 ພະຈິກ 2017 ນີ້ ທີ່ນະຄອນຫຼວງວຽງຈັນ ເພື່ອເປັນຂົວຕໍ່ສາຍພົວພັນມິດຕະພາບທາງອາກາດລະຫວ່າງສອງຊາດລາວ-ຈີນ, ທັງເປັນການກະຕຸກຊຸກຍູ້ການລົງທຶນ, ການຄ້າ ແລະ ການແລກປ່ຽນວັດທະນະທຳຂອງສອງປະເທດ.

ທ່ານ ນາງ ຈ້າວຢາງ ຮອງຜູ້ຈັດການຫ້ອງການຜູ້ຕາງໜ້າສາຍການບິນ ໄຊນາ ເຊົາເທີນ ແອລາຍ ປະຈຳປະເທດໄທກ່າວວ່າ: ເສັ້ນທາງການບິນວຽງຈັນ-ກວາງໂຈວ ແຕ່ລະອາທິດຈະມີ 3 ຖ້ຽວບິນຄື: ວັນພຸດ, ສຸກ ແລະ ວັນອາທິດ, ໃນນັ້ນຖ້ຽວບິນວຽງຈັນ-ກວາງໂຈ ແມ່ນເລີ່ມບິນໃນເວລາ 19:10 ນາທີ, ຮອດກວາງໂຈ 22:25 ນາທີ, ໃຊ້ເວລາໃນການບິນ 2 ຊົ່ວໂມງ 25 ນາທີ. ກວາງໂຈວ-ວຽງຈັນ ເລີ່ມບິນໃນເວລາ 16:30 ນາທີ ຮອດວຽກຈັນ 18:10 ນາທີ. ໂດຍນຳໃຊ້ຍົນໂບອິ້ງ 737-800 ເຂົ້າໃນການບິນ, ມີ 163 ບ່ອນນັ່ງ, ໃນນັ້ນ 8 ບ່ອນນັ່ງສຳລັບຊັ້ນທຸລະກິດ ແລະ 155 ບ່ອນນັ່ງສຳລັບຊັ້ນທຳມະດາ, ເຊິ່ງຈະສ້າງຄວາມສະດວກສະບາຍໃຫ້ແກ່ຜູ້ໃຊ້ບໍລິການ ໂດຍສະເພາະພໍ່ຄ້າແມ່ຄ້າຊາວຂາຍລາວໃນການໄປຊື້ສິນຄ້າຕ່າງໆທີ່ກວາງໂຈວ.

ທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມຄຸ້ມຄອງການທ່ອງທ່ຽວກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວໄດ້ກ່າວວ່າ: ການເປີດສາຍການບິນນີ້, ເປັນການປະກອບສ່ວນສຳຄັນເຂົ້າໃນວຽກງານການທ່ອງທ່ຽວຂອງລາວ ຈະເຮັດໃຫ້ນັກທ່ອງທ່ຽວຈາກຈີນ ໂດຍສະເພາະແມ່ນນັກທ່ອງທ່ຽວຈາກກວາງໂຈວ ໄດ້ມີໂອກາດມາທ່ອງທ່ຽວລາວຫຼາຍຂຶ້ນ, ເຊິ່ງການເປີດສາຍການບິນດັ່ງກ່າວ ແມ່ນຖືກໄລຍະທີ່ ສປປ.ລາວ ສະເຫຼີມສະຫຼອງປີທ່ອງທ່ຽວລາວ ຄັ້ງທີ III ປີ 2018 ແລະ ເຊື່ອໝັ້ນວ່າ ສາຍການບິນ ໄຊນາ ເຊົາເທີນ ແອລາຍ ຈະເປັນຂົວຕໍ່ທີ່ສຳຄັນໃນການດຶງດູດນັກທ່ອງທ່ຽວຈາກຕ່າງປະເທດເຂົ້າມາທ່ອງທ່ຽວລາວໃຫ້ຫຼາຍຂຶ້ນ.


No comments

Powered by Blogger.