ລັດຖະບານກູ້ຢຶມເງິນເກົາຫຼີໃຕ້ 122 ລ້ານໂດລາ ສ້າງໂຮງໝໍ ແລະ ກັນເຈື່ອນແມ່ນ້ຳຂອງ - ອິດສະຫຼະ

ລັດຖະບານກູ້ຢຶມເງິນເກົາຫຼີໃຕ້ 122 ລ້ານໂດລາ ສ້າງໂຮງໝໍ ແລະ ກັນເຈື່ອນແມ່ນ້ຳຂອງ



ສຳນັກຂ່າວສານປະເທດລາຍງານເມື່ອວັນທີ 28 ພະຈິກ 2017 ທີ່ຜ່ານມາວ່າ: ກະຊວງການເງິນໃນຕາມຕາງໜ້າລັດຖະບານ ສປປ.ລາວ ໄດ້ເຊັນສັນຍາເງິນກູ້ດອກເບ້ຍຕ່ຳກັບທະນາຄານສົ່ງອອກ-ນ້ຳເຂົ້າຂອງເກົາຫຼີໃຕ້ (Korea Eximbank) ໂດຍຜ່ານກອງທຶນຮ່ວມມືເພື່ອການພັດທະນາເສດຖະກິດ ຫຼື EDCF ຈຳນວນເງິນ 122,605,000 ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ 2 ໂຄງການຄື: ໂຄງການກໍ່ສ້າງໂຮງໝໍທີ່ທັນສະໄໝ 5 ເມສາ, ມູນຄ່າ 65 ລ້ານໂດລາສະຫະລັດ ແລະ ໂຄງການປ້ອງກັນຕະຝັ່ງເຈື່ອນແມ່ນ້ຳຂອງ ຢູ່ນະຄອນຫຼວງວຽງຈັນໄລຍະ 2 ມູນຄ່າ 57,605,000 ລ້ານໂດລາສະຫະລັດ, ໂດຍການຮ່ວມລົງນາມລະຫວ່າງທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ຣີ ເທຢອງ ຫົວໜ້າຫ້ອງການຜູ້ຕາງໜ້າທະນາຄານສົ່ງອອກ-ນຳເຂົ້າຂອງເກົາຫຼີໃຕ້ ປະຈຳຢາງກຸງ, ປະເທດມຽນມາ.

ຈຸດປະສົງຂອງໂຄງການກໍ່ສ້າງໂຮງໝໍທັນສະໄໝແມ່ນເພື່ອສ້າງ ແລະ ຂະຫຍາຍໂຮງໝໍ 5 ເມສາ ທີ່ມີໃນປັດຈຸບັນ ໃຫ້ເປັນໂຮງໝໍທີ່ສາມາດຮອງຮັບຄົນເຈັບໄດ້ 300 ຕຽງ, ມີລະບົບການຄຸ້ມຄອງດ້ານຂໍ້ມູນທີ່ທັນສະໄໝ ເພື່ອຮັບປະກັນຍົກລະດັບການໃຫ້ບໍລິການທີ່ວ່ອງໄວດີຂຶ້ນ, ມີລະບົບເຄື່ອງມີການແພດທີ່ທັນສະໄໝ ຮັບໃຊ້ໃນການກວດສຸຂະພາບ ແລະ ປິ່ນປົວພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນທົ່ວໄປ. ພ້ອມນັ້ນ, ໂຄງການຍັງຈະສ້າງໂອກາດໃນການຍົກລະດັບການປິ່ນປົວໃຫ້ແພດໝໍ ແລະ ພະນັກງານບໍລິຫານຂອງໂຮງໝໍ ເພື່ອຮັບປະກັນໃຫ້ບໍລິການສາທາລະນະສຸກທີ່ດິຂຶ້ນ.

ສ່ວນໂຄງການປ້ອງກັນຕະຝັ່ງແມ່ນ້ຳຂອງເຈື່ອນ ຢູ່ນະຄອນຫຼວງວຽງຈັນໄລຍະ 2 ເປັນໂຄງການສືບຕໍ່ຂອງໂຄງການໄລຍະ 1 ທີ່ເກົາຫຼີໃຕ້ ໄດ້ໃຫ້ການສະໜັບສະໜູນທຶນໃນການຈັດຕັ້ງປະຕິບັດແຕ່ປີ 2008 ເປັນຕົ້ນມາ, ເຊິ່ງໂຄງການໄລຍະ 2 ນີ້ ແມ່ນຈະສືບຕໍ່ປ້ອງກັນນ້ຳຖ້ວມ, ດິນເຊາະເຈື່ອນ ແລະ ພັດທະນາພື້ນຖານໂຄງລ່າງບໍລິເວນລຽບແຄມແມ່ນ້ຳຂອງ, ໂດຍຈະກໍ່ສ້າງຄູປ້ອງກັນນ້ຳຖ້ວມ ແລະ ຕາຝັ່ງເຈື່ອນ ຄວາມຍາວ 8.36 ກິໂລແມັດ ແຕ່ເຂດຫຼັກ 4 ໄປເຖິງຫາດດອກແກ້ວ, ຈະກໍ່ສ້າງສວນສາທາລະນະເນື້ອທີ່ 4 ເຮັກຕາ ເພື່ອເປັນສະຖານທີ່ທ່ອງທ່ຽວ ແລະ ຈະກໍ່ສ້າງເສັ້ນທາງລຽບແຄມແມ່ນ້ຳຂອງຍາວ 4.4 ກິໂລແມັດ, ແຕ່ເຂດເກົ້າລ້ຽວຫາບ້ານຂຸນຕາທ່າ ເພື່ອລະບາຍການສັນຈອນຂອງລົດເຂດດັ່ງກ່າວທີ່ນັບມື້ນັບແອອັດ.

ສຳລັບການຮ່ວມມືລະຫວ່າງ ສປປ.ລາວ ກັບ EDCF ໄລຍະ 2016-2019, ເກົາຫຼີໃຕ້ຈະສະໜອງເງິນກູ້ດອກເບ້ຍຕ່ຳ ໂດຍຜ່ານກອງທຶນ EDCF ໃຫ້ ສປປ.ລາວ ມູນຄ່າ 300 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດບັນດາໂຄງການທີ່ມີຜົນຕອບແທນດ້ານເສດຖະກິດ ແລະ ປະກອບສ່ວນໃຫ້ການພັດທະນາເສດຖະກິດສັງຄົມ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ເຊິ່ງໂຄງການກໍ່ສ້າງໂຮງໝໍທັນສະໄໝ ແລະ ໂຄງການປ້ອງກັນຕະຝັ່ງແມ່ນ້ຳຂອງເຈື່ອນ ຢູ່ນະຄອນຫຼວງວຽງຈັນໄລຍະ 2 ນີ້ ເປັນສອງໂຄງການທຳອິດ ທີ່ໄດ້ຮັບການສະໜັບສະໜູນໃນໄລຍະການຮ່ວມມືດັ່ງກ່າວ.

No comments

Powered by Blogger.