ດ່ວນ...! ເກົາຫຼີເໜືອທົດລອງຂີປະນາວຸດຂ້າມທະວີບ ສາມາດຂຶ້ນສູ່ລະດັບຄວາມສູງເປັນປະຫວັດສາດ - ອິດສະຫຼະ

ດ່ວນ...! ເກົາຫຼີເໜືອທົດລອງຂີປະນາວຸດຂ້າມທະວີບ ສາມາດຂຶ້ນສູ່ລະດັບຄວາມສູງເປັນປະຫວັດສາດ



ສຳນັກຂ່າວຕ່າງປະເທດລາຍງານ 29 ພະຈິກ 2017 ວ່າ: ກະຊວງປ້ອງກັນປະເທດເກົາຫຼີໃຕ້ອອກຖະແຫຼງການວ່າ ເກົາຫຼີເໜືອໄດ້ມີການຍິງຂີປະນາວຸດຂ້າມທະວີບ (ICBM) ຂຶ້ນຈາກຖານຍິງໃນເມືອງພະຢອງຊັງ ໃນແຂວງພະຢອງກັນໃຕ້ ທີ່ຢູ່ທາງພາກຕາເວັນອອກຂອງປະເທດເມື່ອເວລາ 03:17 ນາທີ ຕາມເວລາທ້ອງຖິ່ນ (01:17 ນາທີ ຕາມເວລາໃນລາວ) ໂດຍຂີປະນາວຸດສາມາດຂຶ້ນສູ່ລະດັບຄວາມສູງໄດ້ເຖິງ 4,500 ກິໂລແມັດ ແລະ ເດີນທາງໄດ້ໄກປະມານ 960 ກິໂລແມັດ ແລ້ວຈຶ່ງຕົກລົງໃນນ່ານນ້ຳທີ່ຖືກເປັນເຂດເສດຖະກິດພິເສດ (EEC) ຂອງຍີ່ປຸ່ນ.

ເຖິງຢ່າງໃດກໍ່ຕາມ ລາຍງານຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ໄດ້ມີການປະເມີນໄລຍະຄວາມສາມາດໃນການຍິງຂອງຂີປະນາວຸດລູກນີ້ໄວ້ປະມານ 1,000 ກິໂລແມັດ ແລະ ການຂຶ້ນສູ່ລະດັບຄວາມສູງຂອງຂີປະນາວຸດລູກນີ້ຖືວ່າ ສູງທີ່ສຸດເທົ່າທີ່ເກົາຫຼີເໜືອເຄີຍທົດລອງມາອີກດ້ວຍ.

ຂະນະດຽວກັນ ການທົດລອງຂີປະນາວຸດຂ້າມທະວີບຂອງເກົາຫຼີເໜືອໃນຄັ້ງນີ້ ຍັງຖືເປັນຄັ້ງທຳອິດ ນັບຕັ້ງແຕ່ການຍິງຂີປະນາວຸດຜ່ານເກາະຮັອກໄກໂດ ທາງພາກເໜືອຂອງຍີ່ປຸ່ນ ເມື່ອວັນທີ 15 ກັນຍາ 2017 ທີ່ຜ່ານມາ ແລະ ພຽງ 1 ອາທິດພາຍຫຼັງທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ນຳເກົາຫຼີເໜືອກັບຄືນສູ່ບັນດຳ "ລັດສະໜັບສະໜູນການກໍ່ການຮ້າຍ" ຂອງສະຫະລັດເປັນຄັ້ງທີ 2 ເຊິ່ງຜູ້ນຳສະຫະລັດໄດ້ກ່າວຕໍ່ກັບການຍິງຂີປະນາວຸດຄັ້ງຫຼ້າສຸດຂອງເກົາຫຼີເໜືອວ່າ ເປັນສະຖານະການທີ່ສະຫະລັດຈະຕ້ອງແກ້ໄຂ.


No comments

Powered by Blogger.