ລາວ-ຈີນ ຮ່ວມລົງນາມໃນເອກະສານ 17 ສະບັບ ແລະ ຈີນໃຫ້ການຊ່ວຍເຫຼືອລາວ - ອິດສະຫຼະ

ລາວ-ຈີນ ຮ່ວມລົງນາມໃນເອກະສານ 17 ສະບັບ ແລະ ຈີນໃຫ້ການຊ່ວຍເຫຼືອລາວ



ສຳນັກຂ່າວສານປະເທດລາຍງານເມື່ອວັນທີ 13 ພະຈິກ 2017 ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ.ລາວ, ທ່ານ ສິ ຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍຄະນະໄດ້ເດີນທາງມາຢ້ຽມຢາມນະຄອນຫຼວງວຽງຈັນຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ພະຈິກ 2017 ນີ້.


ພິທີຕ້ອນຮັບທ່ານ ສີ ຈິ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ສປ.ຈີນ ຢ່າງເປັນທາງການໄດ້ຈັດຂຶ້ນຢ່າງສົມກຽດທີ່ທຳນຽບປະທານປະເທດໃນຕອນບ່າຍຂອງວັນທີ 13 ພະຈິກ 2017, ຫຼັງຈາກນັ້ນທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ສີ ຈິ້ນຜິງ ໄດ້ນຳພາຄະນະຜູ້ແທນຂັ້ນສູງພົບປະສອງຝ່າຍ, ເຊິ່ງຈັດຂຶ້ນຢູ່ຫ້ອງປະຊຸມທຳນຽບປະທານປະເທດ, ການຢ້ຽມຢາມທາງລັດຖະກິດ ສປປ.ລາວ ຂອງທ່ານ ສີ ຈິ້ນຜິງ ໃນຄັ້ງນີ້ ຖືເປັນຂີດໝາຍປະຫວັດສາດສຳຄັນແຫ່ງການຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານໜັ້ງຄົງຍາວນານຕາມທິດ 4 ດີ ທີ່ມີມູນເຊື້ອແຫ່ງມິດຕະພາບ ແລະ ການຮ່ວມມືອັນໜັກແໜ້ນຍາວນານມາແລ້ວນັ້ນໃຫ້ສືບຕໍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.


ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ແລະ ຕີລາຄາສູງກ່ຽວກັບການພົວພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ, ເຊິ່ງໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ລວງເລິກ. ປະເທດບ້ານໃກ້ເຮືອນຄຽງທີ່ດີ, ລາວ-ຈີນ ລ້ວນແຕ່ເປັນປະເທດສັງຄົມນິຍົມ ທີ່ມີພັກຄອມມູນິດນຳພາ, ມີອຸດົມການ,ລະບອບການເມືອງ, ເສັ້ນທາງແຫ່ງການພັດທະນາທີ່ຄ້າຍຄືກັນ, ສອງຝ່າຍໄດ້ຢຶດໝັ້ນທິດທາງການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ, ເປັນຄູ່ຮ່ວມຊາຕາກຳສັງຄົມນິຍົມລາວ-ຈີນ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້.

ການພົວພັນດ້ານການເມືອງໄດ້ມີການເສີມຂະຫຍາຍເປັນຢ່າງດີ ແລະ ໄດ້ເປັນພື້ນຖານອັນດີໃຫ້ແກ່ການເສີມຂະຫຍາຍສາຍພົວພັນສອງຝ່າຍໃນດ້ານຕ່າງໆ. ການພົວພັນຮ່ວມມືຮອບດ້ານທິດສະດີ, ບົດຮຽນການປົກຄອງລັດ-ບໍລິຫານປະເທດ, ການກໍ່ສ້າງພັກ, ການຮ່ວມມືດ້ານເສດຖະກິດ, ການຄ້າ-ການລົງທຶນ ແລະ ອື່ນໆ. ນັບມື້ນັບມີບົດກ້າວຂະຫຍາຍຕົວໄປສູ່ຄຸນນະພາບໃໝ່ ທີ່ພວມນຳຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ. ພ້ອມດຽວກັນນີ້ ທັງສອງຝ່າຍເຫັນດີສືບຕໍ່ຮັກສາກົນໄກການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງລະຫວ່າງ 2 ພັກ ແລະ 2 ລັດ ຢ່າງເປັນປົກກະຕິ; ເອົາໃຈໃສ່ເສີມຂະຫຍາຍກົນໄກການຮ່ວມມືຂອງສອງຝ່າຍທີ່ມີໃນການປັດຈຸບັນ ໃຫ້ມີປະສິດທິຜົນກວ່າເກົ່າ; ສືບຕໍ່ສ້າງຄູ່ຮ່ວມຊາຕາກຳ ທີ່ຕັດແຍກອອກຈາກກັນບໍ່ໄດ້;  ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນການຮ່ວມມື 2 ພັກ ໄລຍະສົກປີ 2016-2020 ໃນການກໍ່ສ້າງພະນັກງານນຳພາຄຸ້ມຄອງຂອງພັກ-ລັດລາວ ຢູ່ຈີນ; ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອເຊື່ອມໂຍງຍຸດທະສາດ "ການຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດທາງຜ່ານເຊື່ອມໂຍງເຊື່ອມຈອດ" ຂອງລາວເຂົ້າກັບຍຸດທະສາດ "ໜຶ່ງແລວທາງ ໜຶ່ງເສັ້ນທາງ" ຂອງຈີນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ 2 ຊາດ.

ພາຍຫຼັງການພົບປະສອງຝ່າຍ, ທ່ານ ບຸນຍັງ ວໍລະຈິດ ແລະ ທ່ານ ສີ ຈິ້ນຜິງ ໄດ້ເປັນສັກຂີພິຍານໃນການລົງນາມບັນດາເອກະສານການຮ່ວມມືຈຳນວນ 17 ສະບັບຄື:

1. ສັນຍາການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ສປປ.ລາວ ແລະ ກະຊວງການຕ່າງປະເທດ ສປ.ຈີນ ກ່ຽວກັບການເພີ່ມທະວີ ການຮ່ວມມື ໃນສະພາບການໃໝ່;

2. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນ ກໍ່ສ້າງແລວທາງ ເສດຖະກິດລາວ-ຈີນ;

3. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການເພີ່ມທະວີ ການພັດທະນາ ເສັ້ນທາງສາຍໄໝ ດີຈີຕອນຂໍ້ມູນຂ່າວສານ ເພື່ອຊຸກຍູ້ການເຊື່ອມຈອດ ຂໍ້ມູນຂ່າວສານ;

4. ສັນຍາວ່າດ້ວຍ ການຮ່ວມມືດ້ານວິິທະຍາສາດ ແລະ ເຕັກໂນໂລຊີ;

5. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຈັດຕັ້ງ ປະຕິບັດ ຮ່ວມໂຄງການໂຕແບບ ໃນການສ້າງສູນຂໍ້ມູນຂ່າວສານ ຊັບພະຍາກອນນໍ້າແຫ່ງຊາດ ແລະ ການສ້າງ ແຜນແມ່ບົດ ການຄຸ້ມຄອງອ່າງຮັບນໍ້າອູ ແລະ ນໍ້າເທີນ-ນໍ້າກະດິງ;

6. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມກັນ ຊຸກຍູ້ສ້າງເຂດຕົວແບບ ພັດທະນາກະສິກໍາຄົບວົງຈອນ ທີ່ທັນສະໄໝ;

7. ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການເພີ່ມທະວີ ການຮ່ວມມື ໃນຂົງເຂດພື້ນຖານ ໂຄ່ງລ່າງ;

8. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ດ້ານການຊ່ວຍເຫລືອ ໃນ 3 ປີຕໍ່ຫນ້າ;

9.​ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ດ້ານພັດທະນາ ຊັບພະຍາກອນມະນຸດ;

10. ສານແລກປ່ຽນ ວ່າດ້ວຍຝ່າຍຈີນ ເຫັນດີກໍານົດເອົາໂຄງການປັບປຸງ ແລະ ຍົກລະດັບລະບົບ ICT ຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສປປ ລາວ;

11. ສັນຍາຂອບ ສະໜອງເງິນກູ້ພິເສດໃຫ້ແກ່ ສປປ ລາວ ເພື່ອຈັດຕັ້ງປະຕິບັດໂຄງການ ເຂື່ອນໄຟຟ້າຫ້ວຍປາຫລາຍ;

12. ບົດບັນທຶກຄວາມເຂົ້າໃຈ ການສ້າງຄູ່ຮ່ວມມື ຍຸດທະສາດ ດ້ານການຮ່ວມມືໄຟຟ້າ;

13. ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທາງດ້ານການເງິນ ເພື່ອສົ່ງເສີມວິສາຫະກິດ ຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ;

14. ສັນຍາເງິນກູ້ພິເສດ ດອກເບ້ຍຕໍ່າ ໂຄງການເຂື່ອນໄຟຟ້າ ຫ້ວຍປາຫລາຍ;

15. ສັນຍາເງິນກູ້ທຸລະກິດ ໂຄງການສາຍສົ່ງ 115 (ກິໂລໂວນ) ຊຽງຮ່ອນ-ຫົງສາ;

16. ສັນຍາຮ່ວມທຶນ ສ້າງໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ ຫາບໍ່ເຕັນຕອນທີ I ນະຄອນຫລວງວຽງຈັນ ຫາ ວັງວຽງ;

17. ສັນຍາເງິນກູ້ ທຸລະກິດໂຄງການສາຍສົ່ງ 500/230 KV ອ້ອມນະຄອນຫລວງວຽງຈັນ.

ສປ.ຈີນ ແຈ້ງໃຫ້ການຊ່ວຍເຫຼືອ ສປປ.ລາວ 4 ຕື້ຢວນ, ໃນໄລຍະ 3 ປີຕໍ່ໜ້າ ພ້ອມທັງໃຫ້ການຊ່ວຍເຫຼືອປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວໃນ 8 ໂຄງການໃໝ່. ພ້ອມດຽວກັນນີ້, ທ່ານ ສີ ຈິ້ນຜິງ ໄດ້ເຊື້ອເຊີນທ່ານ ບຸນຍັງ ວໍລະກິດ ໃຫ້ຢ້ຽມຢາມ ສປ.ຈີນ ໃນເວລາເໝາະສົມໃນປີໜ້າ.


ໃນຕອນຄໍ່າຂອງວັນດຽວກັນ ທ່ານ ບຸນຍັງ ວໍລະຈິດ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບເປັນກຽດແດ່ທ່ານ ສີ ຈິ້ນຜິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດຈີນ ທີ່ທຳນຽບປະທານປະເທດ, ໂດຍມີບັນດາການນຳຂັ້ນສູງພັກ-ລັດ ສປ.ຈີນ ແລະ ສປປ.ລາວ ເຂົ້າຮ່ວມຢ່າງພ້ອມພຽງ.

No comments

Powered by Blogger.