ສະຫຼຸບຜົນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນມື້ທຳອິດຂອງທ່ານ ທອງລຸນ ສີສຸລິດ - ອິດສະຫຼະ

ສະຫຼຸບຜົນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນມື້ທຳອິດຂອງທ່ານ ທອງລຸນ ສີສຸລິດ



ສຳນັກຂ່າວສານປະເທດລາວລາຍງານວ່າ: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ພາຍໃຕ້ຄຳຂວັນ: "ຮ່ວມມືເພື່ອການປ່ຽນແປງ, ຜູກພັນກັບສາກົນ" ໂດຍການເປັນເຈົ້າພາບ ແລະ ປະທານຂອງຟິລິບປິນ, ເຊິ່ງມີບັນດາປະມຸກລັດ, ຫົວໜ້າລັດຖະບານປະເທດອາຊຽນ, ລັດຖະມົນຕີຕ່າງປະເທດອາຊຽນ ແລະ ແຂກຖືກເຊີນເຂົ້າຮ່ວມ.


ພາຍຫຼັງພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະກໍ່ໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ແບບຄົບຄະນະ, ເຊິ່ງຜູ້ນຳອາຊຽນໄດ້ປຶກສາຫາລື ແລະ ທົບທວນຄືນກ່ຽວກັບການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ກໍ່ຄືບັນດາແຜນແມ່ບົດສຳລັບສາມເສົ້າຄ້ຳປະຊາຄົມອາຊຽນ ແລະ ທິດທາງໃນຕໍ່ໜ້າເພື່ອຮັດແໜ້ນປະຊາຄົມອາຊຽນ ໂດຍໄດ້ຊຸກຍູ້ໃຫ້ທຸກຂະແໜງການອາຊຽນ ສືບຕໍ່ຈັດຕັ້ງປະຕິບັດບັນດາແຜນແມ່ບົດ ແລະ ແຜນວຽກຂອງຕົນໃຫ້ສຳເລັດ ແລະ ມີປະສິດທິພາບ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025.

ໃນໂອກາດ ກ່າວຕໍ່ກອງປະຊຸມຄັ້ງນີ້, ທ່ານນາຍົກ ທອງລຸນ ສີສຸລິດ ໄດ້ຢໍ້າເຖິງຜົນສຳເລັດ ຂອງອາຊຽນ ໃນໄລຍະ 50 ປີ ຜ່ານມາ,  ການຮັດແໜ້ນ ຄວາມເປັນແກນກາງ ຂອງອາຊຽນ ແລະ ການສົ່ງເສີມ ການເຂົ້າເຖິງແຫລ່ງທຶນ ຂອງຈຸນລະທຸລະກິດ, ທຸລະກິດຂະໜາດນ້ອຍ, ກາງ ແລະ ການຮັດແຄບຄວາມແຕກໂຕນ ດ້ານການພັດທະນາ ແລະ ການເຊື່ອມຈອດອາຊຽນ, ໂດຍຜ່ານການຈັດຕັ້ງປະຕິບັດ ແຜນວຽກຂໍ້ລິເລີ່ມ ເພື່ອການເຊື່ອມໂຍງອາຊຽນ ສະບັບທີ 3 ແລະ ຈັດຕັ້ງແຜນແມ່ບົດ ເພື່ອການເຊື່ອມຈອດອາຊຽນ 2025.

ນອກນີ້, ກອງປະຊຸມ ຍັງໄດ້ແລກປ່ຽນ ຄໍາຄິດຄໍາເຫັນ ກ່ຽວກັບການຮ່ວມມື ອາຊຽນກັບພາຍນອກ ແລະ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ສະພາບການຢູ່ຕາເວັນອອກກາງ, ແຫລມເກົາຫລີ, ການກໍ່ການຮ້າຍ, ວິກິດການຊາວອົບພະຍົບ, ທະເລຈີນໃຕ້ ແລະອື່ນໆ. ກອງປະຊຸມໄດ້ແຕ່ງຕັ້ງ ທ່ານ ດາໂຕປາດຸກາລິມຈອກຮອຍ ຈາກ ບຣູໄນ ດາຣູສະລາມ ເປັນເລຂາທິການໃຫຍ່ອາຊຽນ ຄົນຕໍ່ໄປ ສຳລັບປີ 2018-2022.

ໃນຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດຕ່າງໆ ລະຫວ່າງອາຊຽນ ກັບບັນດາຄູ່ເຈລະຈາ ເຊັ່ນ: ກອງປະຊຸມສຸດຍອດ ອາຊຽນ-ຈີນ ຄັ້ງທີ 20, ກອງປະຊຸມສຸດຍອດ ສະເຫລີມສະຫລອງ ການພົວພັນ ອາຊຽນ-ສະຫະລັດ ຄົບຮອບ 40 ປີ, ກອງປະຊຸມສຸດຍອດ ອາຊຽນ-ສ ເກົາຫລີ ຄັ້ງທີ 19, ກອງປະຊຸມສຸດຍອດ ອາຊຽນ-ຍີ່ປຸ່ນ ຄັ້ງທີ 20 ແລະ ກອງປະຊຸມສຸດຍອດ ອາຊຽນ-ສະຫະປະຊາຊາດ ຄັ້ງທີ 9.

ກອງປະຊຸມສຸດຍອດອາຊຽນ-ຈີນ ຄັ້ງທີ 20 ໄດ້ເຫັນດີໃຫ້ເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ເພື່ອຮັດແໜ້ນສາຍພົວພັນອາຊຽນ-ຈີນ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ ເປັນຕົ້ນແມ່ນຈັດຕັ້ງຜັນຂະຫຍາຍສັນຍາການຄ້າເສລີອາຊຽນ-ຈີນ ຢ່າງເຕັມສ່ວນແນ່ໃສ່ ປະກອບສ່ວນເຮັດໃຫ້ບັນລຸເປົ້າໝາຍການຄ້າອາຊຽນ-ຈີນ ມູນຄ່າ 1,000 ຕື້ໂດລາສະຫະລັດ ໃນປີ 2020; ເສີມຂະຫຍາຍການຮ່ວມມືດ້ານການເຊື່ອມຈອດໂດຍການເຊື່ອມສານລະຫວ່າງຂໍ້ລິເລີ່ມໜຶ່ງແລວທາງ ໜຶ່ງເສັ້ນທາງອາຊຽນ-ຈີນ ໄດ້ຕົກລົງຫຼາຍບັນຫາສຳຄັນຄື: 1). ກຳນົດເອົາຂົງເຂດນະວັດຕະກຳ ເປັນຫົວຂໍ້ຈຸດສຸມການຮ່ວມມືອາຊຽນຈີນໃນປີ 2018, 2). ເຫັນດີຮ່າງວິໄສທັດການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຈີນ ຮອດປີ 2030 ແລະ 3). ປະກາດເລີ່ມການປຶກສາຫາລືກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ຢ່າງເປັນທາງການ. ນອກນັ້ນ, ກໍ່ໄດ້ຕົກລົງຮັບຮອງເອົາຫຼາຍເອກະສານເຊັ່ນ: 1). ຖະແຫຼງການຮ່ວມອາຊຽນ-ຈີນວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວ ແລະ 2). ຖະແຫຼງການຮ່ວມອາຊຽນ-ຈີນວ່າດ້ວຍການຮັດແໜ້ນການຮ່ວມມື ດ້ານການຕ້ານການສໍ້ລາດບັງຫຼວງແບບຮອບດ້ານ.

ໃນກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນອາຊຽນ-ສະຫະລັດ ຄົບຮອບ 40 ປີ, ຜູ້ນຳອາຊຽນ ແລະ ສະຫະລັດໄດ້ຢືນຢັນຄືນຄວາມໝາຍໝັ້ນທີ່ຈະສືບຕໍ່ຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆ ທີ່ມີຜົນປະໂຫຍດຮ່ວມກັນເປັນຕົ້ນ ດ້ານຄວາມໝັ້ນຄົງ, ການຄ້າ, ການສຶກສາ, ການແລກປ່ຽນຊາວໜຸ່ມ ແລະ ອື່ນໆ. ອາຊຽນໄດ້ສະແດງຄວາມຍິນດີທີ່ເຫັນວ່າ ສະຫະລັດພາຍໃຕ້ ລັດຖະບານໃໝ່ ຍັງສືບຕໍ່ໃຫ້ຄວາມສຳຄັນຕໍ່ການພົວພັນອາຊຽນ-ສະຫະລັດ ແລະ ຖືອາຊຽນເປັນບູລິມະສິດ ໃນນະໂຍບາຍການຕ່າງປະເທດຂອງຕົນ. ໃນໂອກາດນີ້, ຜູ້ນຳອາຊຽນ ແລະ ສະຫະລັດ ກໍ່ໄດ້ຮັບຮອງເອົາຖະແຫຼງການຮ່ວມວ່າດ້ວຍກອງປະຊຸມສຸດຍອດ ສະເຫຼີມສະຫຼອງການພົວພັນອາຊຽນ-ສະຫະລັດ ຄົບຮອບ 40 ປີ.

ກອງປະຊຸມສຸດຍອດອາຊຽນ-ເກົາຫຼີໃຕ້ ຄັ້ງທີ 19 ໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງການຮ່ວມມື ອາຊຽນ-ເກົາຫຼີໃຕ້  ໃນໄລຍະ 1 ປີຜ່ານມາ ລວມທັງການຈັດຕັ້ງປະຕິບັດ ປີແລກປ່ຽນວັດທະນະທຳອາຊຽນ-ເກົາຫຼີໃຕ້ ໃນປີ 2017 ແລະ ການສ້າງຕັ້ງສູນວັດທະນະທຳອາຊຽນ ຢູ່ແຂວງປູຊານ, ເກົາຫຼີໃຕ້ ເຊິ່ງໄດ້ເປີດໂຕຢ່າງເປັນທາງການໃນເດືອນກັນຍາ 2017 ຜ່ານມານີ້ແນ່ໃສ່ສົ່ງເສີມການແລກປ່ຽນດ້ານວັດທະນະທຳ, ຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າອົກເຂົ້າໃຈ ແລະ ການໄປມາຫາສູ່ກັນລະຫວ່າງປະຊາຊົນຂອງສອງພາກພື້ນ ໃຫ້ນັບມື້ນັບຫຼາຍຍິ່ງຂຶ້ນ. ບັນດາຜູ້ນຳຍັງໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ  ແລະ ການລົງທຶນລະຫວ່າງອາຊຽນ ແລະ ເກົາຫຼີໃຕ້ ແລະ ໄດ້ຢ້ຳເຖິງຄວາມສຳຄັນໃນການຮ່ວມມືລະຫວ່າງພາກທຸລະກິດໂດຍສະເພາະ ແມ່ນວິສາຫະກິດຂະໜາດນ້ອຍ ແລະ ກາງ ລວມທັງການສ້າງຂີດຄວາມສາມາດໃຫ້ແກ່ພາກທຸລະກິດຂອງອາຊຽນ; ການຮ່ວມມືເພື່ອຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການເຊື່ອມຈອດ ແລະ ອື່ນໆ.

ໃນກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 20, ບັນດາຜູ້ນຳອາຊຽນ ແລະ ຍີ່ປຸ່ນໄດ້ຢ້ຳຄືນຄວາມໝາຍໝັ້ນ ທີ່ຈະເພີ່ມທະວີການຮ່ວມມື ໃນດ້ານການເຊື່ອມຈອດ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການສ້າງຂີດຄວາມສາມາດ ແລະ ພັດທະນາຊັບພະຍາກອນມະນຸດ, ການແລກປ່ຽນຊາວໜຸ່ມ, ວຽກງານສາທາລະນະສຸກ, ການບັນເທົາທຸກໄພພິບັດ ແລະ ອື່ນໆ. ກອງປະຊຸມຍັງໄດ້ສະແດງຄວາມຍິດີ ຕໍ່ຂໍ້ລິເລີ່ມຂອງຍີ່ປຸ່ນ ທີ່ຈະເພີ່ມທະວີການຮ່ວມມືກັບອາຊຽນ ໃນດ້ານການພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບ, ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ດ້ານສິ່ງແວດລ້ອມ, ວຽກງານສາທາລະນະສຸກ, ການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ຂົງເຂດອື່ນໆ.

ກອງປະຊຸມສຸດຍອດອາຊຽນ-ສະຫະປະຊາຊາດ (ສປຊ) ຄັ້ງທີ 9 ໄດ້ສະແດງ ຄວາມໝາຍໝັ້ນ ໃນການສືບຕໍ່ຮັດແໜ້ນ ການຮ່ວມມື ລະຫວ່າງ ອາຊຽນ-ສປຊ, ແນໃສ່ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາ ໃນພາກພື້ນ ແລະ ໃນໂລກ. ກອງປະຊຸມໄດ້ເຫັນດີໃຫ້ ເພີ່ມທະວີການປະສານງານ ລະຫວ່າງ ສອງກອງເລຂາຢ່າງໃກ້ຊິດ ແລະ ເປັນລະບົບຂຶ້ນຕື່ມ ເພື່ອຮັບປະກັນ ໃຫ້ການຈັດຕັ້ງຜັນຂະຫຍາຍ ວິໄສທັດປະຊາຄົມອາຊຽນ 2025 ແລະ ວາລະ 2030 ເພື່ອການພັດທະນາ ແບບຍືນຍົງ ມີຄວາມກົມກຽວກັນ ແລະ ເພີ່ມເສີມໃຫ້ແກ່ກັນ ແລະ ກັນ. ພ້ອນນັ້ນ, ກອງປະຊຸມ ຍັງໄດ້ແລກປ່ຽນ ຄວາມຄິດເຫັນຕໍ່ບັນດາເຫດການທີ່ກໍາລັງເກີດຂຶ້ນ ໃນພາກພື້ນ ແລະ ໃນໂລກ ທີ່ມີຄວາມສົນໃຈ ແລະ ເປັນຫ່ວງຮ່ວມກັນ.

ນອກນັ້ນ, ທ່ານ ທອງລຸນ ສີສຸລິດ ຍັງໄດ້ເຂົ້າຮ່ວມພົບປະ ລະຫວ່າງ ຜູ້ນຳອາຊຽນບວກສາມ ແລະ ສະພາທຸກລະກິດ ອາຊີຕາເວັນອອກ, ໂດຍກອງປະຊຸມ ໄດ້ຮັບຟັງຂໍ້ສະເໜີ ຂອງຕົວແທນພາກທຸລະກິດ ຈາກບັນດາປະເທດ ອາຊຽນບວກສາມ ກ່ຽວກັບການເພີ່ມທະວີ ການມີສ່ວນຮ່ວມ ຂອງພາກທຸລະກິດ ໃນຂະບວນການເຊື່ອມໂຍງ ເສດຖະກິດພາກພື້ນ, ໂດຍສະເພາະແມ່ນ ຂະບວນການເຈລະຈາ ສັນຍາການເປັນຄູ່ຮ່ວມ ເສດຖະກິດແບບຮອບດ້ານ ລະດັບພາກພື້ນ ຫລື ເອີ້ນວ່າ “RCEP”.

ໃນໂອກາດເຂົ້າຮ່ວມ ກອງປະຊຸມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ພົບປະຫາລື ການພົວ ພັນຮ່ວມມື ສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ຄື: ວັນທີ 12 ພະຈິກ 2017 ໄດ້ພົບປະກັບ ທ່ານ ສົມເດັດ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ລາຊະອາຈັກກຳປູເຈຍ ແລະ ທ່ານ ດີມີຕຣີ ເມັດເວເດັບ ນາຍົກ ລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ແລະ ວັນທີ 13 ພະຈິກ 2017 ໄດ້ພົບປະຫາລື ແບບບໍ່ເປັນທາງການ ກັບ ທ່ານ ຫງຽນຊວນ ຟຸກ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ ແອນໂຕນິໂອ ກູເຕິເຣັດສ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ເຊິ່ງສອງຝ່າຍ ໄດ້ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການເຊື່ອມສານ ລະຫວ່າງ ວິໄສທັດອາຊຽນ 2025 ກັບວາລະ ການພັດທະນາແບບຍືນຍົງ 2030 ແລະ ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີ ຄວາມສົນໃຈຮ່ວມກັນ.

No comments

Powered by Blogger.