ຍົນຮົບຖິ້ມລະເບີດຂອງ ສ.ອາເມຣິກາ ເຝິກຊ້ອມໃນເກົາຫຼີໃຕ້ ກ່ອນການເດີນທາງຢ້ຽມຢາມຂອງ ປ.ທຣຳ - ອິດສະຫຼະ

ຍົນຮົບຖິ້ມລະເບີດຂອງ ສ.ອາເມຣິກາ ເຝິກຊ້ອມໃນເກົາຫຼີໃຕ້ ກ່ອນການເດີນທາງຢ້ຽມຢາມຂອງ ປ.ທຣຳ



ສຳນັກຂ່າວຕ່າງປະເທດລາຍງານ 3 ພະຈິກ 2017 ວ່າ: ສະຫະລັດ ອາເມຣິກາ ສົ່ງຍົນຮົບຖິ້ມລະເບີດທາງຍຸດທະສາດ B-1B 2 ລຳ ບິນເຝິກຊ້ອມເໜືອນ່ານຟ້າເກົາຫຼີໃຕ້ ທ່າມກາງຄວາມເຄັ່ງຕຶງກັບເກົາຫຼີເໜືອ ກ່ອນການເດີນທາງຢ້ຽມຢາມອາຊີ ຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາໃນວັນອາທິດນີ້.

ໂດຍສຳນັກຂ່າວກາງຂອງເກົາຫຼີເໜືອ ໄດ້ລາຍງານຂ່າວເລື່ອງການເຝິກຊ້ອມຂອງຍົນຮົບຖິ້ມລະເບີດສະຫະລັດ ອາເມຣິກາ ໂດຍກ່າວວ່າ ການເຝິກຊ້ອມຄັ້ງນີ້ມີຍົນຮົບຂັບໄລ່ຂອງເກົາຫຼີໃຕ້ ແລະ ຍີ່ປຸ່ນເຂົ້າຮ່ວມນຳ ນອກນີ້ສຳນັກຂ່າວກາງຂອງເກົາຫຼີເໜືອຍັງບຸລະວ່າ: ເຫັນໄດ້ຢ່າງຊັດເຈນວ່າ ສ.ອາເມຣິກາ ເຊິ່ງເປັນປະເທດລ່າອະນານິຄົມ ເປັນຜູ້ເຮັດໃຫ້ສະຖານະການຄວາມເຄັ່ງຕຶງໃນແຫຼມເກົາຫຼີເພີ່ມທະວີຂຶ້ນ ແລະ ເປັນຜູ້ພະຍາຍາມກໍ່ໃຫ້ເກີດສົງຄາມນິວເຄຼຍ.

ນອກຈາກນີ້ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ມີກຳນົດເດີນທາງຢ້ຽມຢາມອາຊີຕັ້ງແຕ່ວັນອາທິດນີ້ ໂດຍຈະຢ້ຽມຢາມຍີ່ປຸ່ນເປັນປະເທດທຳອິດ ກ່ອນທີ່ຈະເດີນທາງຕໍ່ໄປຍັງເກົາຫຼີໃຕ້ ແລະ ຈີນ, ຈາກນັ້ນ ຈະໄປຫວຽດນາມ ແລະ ຟິລິບປິນເປັນປະເທດສຸດທ້າຍ, ໃນຂະນະດຽວກັນ ທ່ານ ເອສອາ ແມັກມາສເຕີ ທີ່ປຶກສາດ້ານຄວາມໝັ້ນຄົງປະຈຳທຳນຽມຂ່າວກ່າວວ່າ ການທີ່ທ່ານ ທຣຳ ເດີນທາງຢ້ຽມຢາມ ອາຊີ ໃນຄັ້ງນີ້ທີ່ຈຸດປະສົງໜຶ່ງນັ້ນກໍ່ຄື ການຂໍສຽງສະໜັບສະໜູນໃນການດຳເນີນການກັບເກົາຫຼີເໜືອ ແລະ ທ່ານກ່າວອີກວ່າ: ທ່ານ ທຣຳ ຍອມຮັບວ່າເວລາໃນການແກ້ໄຂບັນຫາເກົາຫຼີເໜືອໃກ້ຈະໝົດລົງແລ້ວ ໂດຍຂໍໃຫ້ປະຊາຄົມໂລກເລັ່ງຮ່ວມມືກັນໃຫ້ຫຼາຍຂຶ້ນ.


No comments

Powered by Blogger.