ຈີນ-ຫວຽດນາມ ປະນີປະນອມເຊິ່ງກັນ ແລະ ກັນໃນບັນຫາຄວາມຂັດແຍ່ງທະເລຈີນໃຕ້ - ອິດສະຫຼະ

ຈີນ-ຫວຽດນາມ ປະນີປະນອມເຊິ່ງກັນ ແລະ ກັນໃນບັນຫາຄວາມຂັດແຍ່ງທະເລຈີນໃຕ້



ສຳນັກຂ່າວຕ່າງປະເທດລາຍງານ 3 ພະຈິກ 2017 ວ່າ: ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຂີນ ແລະ ທ່ານ ຝ່າມ ບິນ ມິນ ລັດຖະມົນຕີກະຊວງການຕ່າງປະເທດຂອງຫວຽດນາມ ໄດ້ພົບປະ ແລະ ປຶກສາຫາລືກັນທີ່ນະຄອນຫຼວງຮາໂນຍປະເທດຫວຽດນາມ ເມື່ອກາງອາທິດທີ່ຜ່ານມານີ້ ໂດຍບັນຫາສຳຄັນຂອງການປະຊຸມຍັງຄົງກ່ຽວຂ້ອງກັບການກຳນົດອານາເຂດທາງທະເລໃນທະເລຈີນໃຕ້ ເຖິງແມ່ນວ່າຍັງບໍ່ມີການເຜີຍແຜ່ຜົນຂອງການປຶກສາຫາລືຢ່າງຊັດເຈນ ແຕ່ລາຍງານຂອງລັດຖະບານຫວຽດນາມລະບຸວ່າ ທັງສອງຝ່າຍເຫັນດີພ້ອມກັນໃນການແກ້ໄຂຂໍ້ຂັດແຍ່ງບົນພື້ນຖານຂອງສາມັນສຳນຶກ ແລະ ບັນທັດຖານຂອງກົດໝາຍລະຫວ່າງປະເທດ.

ໃນດ້ານຂອງທ່ານ ເສິນ ສຽວຕົງ ຮອງລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ກ່າວວ່າ ທັງສອງປະເທດໄດ້ບັນລຸ "ຂໍ້ຕົກລົງປະນີປະນອມ" ໃນການບໍລິການຈັດການ ແລະ ຄຸ້ມຄອງເຂດຄວາມຂັດແຍ່ງທາງທະເລຮ່ວມກັນແບບເພື່ອນມິດ ເພື່ອຮັກສາຮາກຖານຂອງຄວາມສຳພັນລະຫວ່າງປະເທດຈີນ ແລະ ຫວຽດນາມ ພ້ອມທັງຮັກສາສະຖຽນລະພາບໃນທະເລຈີນໃຕ້ ໂດຍການພົບປະຫາລືໃນຄັ້ງນີ້ເກີດຂຶ້ນກ່ອນທີ່ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ຈະເດີນທາງຢ້ຽມຢາມຫວຽດນາມໃນອາທິດໜ້າ ເພື່ອເຂົ້າຮ່ວມການປະຊຸມການຮ່ວມມືທາງເສດຖະກິດອາຊີ-ປາຊີປິກ ທີ່ເມືອງດານັງ.

ເຊິ່ງຄວາມຂັດແຍ່ງເລື່ອງທະເລຈີນໃຕ້ລະຫວ່າງຈີນ ກັບ ຫວຽດນາມເຄັ່ງຕຶງຂຶ້ນຢ່າງຊັດເຈນ ເມື່ອລັດຖະບານຈີນຍົກເລີກກຳນົດການພົບປະ ແລະ ປຶກສາຫາລືກັບລັດຖະມົນຕີຫວຽດນາມ ນອກຮອບການປະຊຸມອາຊຽນ ທີ່ນະຄອນຫຼວງມະນິລາ ປະເທດຟິລິບປິນ ເມື່ອເດືອນ ສິງຫາ ທີ່ຜ່ານມາ ກ່ອນທີ່ທ່ານ ຫຼິວ ຫຍຸນຊານ ເຊິ່ງໃນເວລານັ້ນຢູ່ໃນຕຳແໜ່ງສະມາຊິກລະດັບສູງຂອງພັກຄອມມູນິດຈີນ ໄດ້ເດີນທາງຢ້ຽມຢາມນະຄອນຫຼວງຮາໂນຍ ເມື່ອເດືອນ ກັນຍາ ທີ່ຜ່ານມາ ແລະ ໄດ້ພົບປະກັບທ່ານ ຫງວຽນ ຊວນ ຟຸກ ລັດຖະມົນຕີຫວຽດນາມ.



No comments

Powered by Blogger.