ພາບຖ່າຍແຫ່ງປີ 2017 ຈາກສຳນັກຂ່າວໃຫຍ່ລະດັບໂລກ - ອິດສະຫຼະ

ພາບຖ່າຍແຫ່ງປີ 2017 ຈາກສຳນັກຂ່າວໃຫຍ່ລະດັບໂລກ


ມື້ນີ້ທີມງານ "ອິດສະຫຼະ" ຂໍຮວບຮວມພາບຖ່າຍແຫ່ງປີ 2017 ຈາກສຳນັກຂ່າວ AFP ມາໃຫ້ບັນດາທ່ານໄດ້ເຫັນບາງເຫດການສຳຄັນທີ່ເກີດຂຶ້ນໃນຮອບປີທີ່ຜ່ານມາ, ໂດຍພາບສ່ວນໃຫຍ່ແມ່ນສະທ້ອນເຖິງອາລົມ ແລະ ຄວາມຮູ້ສຶກເປັນຫຼັກ ຈາກຈຳນວນຮ້ອຍກວ່າພາບ ພວກເຮົາຄັດເລືອກມາໃຫ້ທ່ານຊົມຈຳນວນ 10 ພາບດັ່ງຕໍ່ໄປນີ້:

 ຜູ້ອົບພະຍົບຢືນຕໍ່ແຖວເພື່ອຮັບອາຫານ ທ່າມກາງອາກາດທີ່ໜາວເຢັນ -15 ອົງສາ ທີ່ແຊັກບີ ເມື່ອວັນທີ 11 ມັງກອນ 2017.

 ຊາຍໜຸ່ມຊາວຊີຣີອູ້ມເດັກນ້ອຍທີ່ໄດ້ຮັບບາດເຈັບຈາກການໂຈມຕີທາງອາກາດໃນຊີຣີ ອອກຈາກເສດຊາກສິ່ງກໍ່ສ້າງທີ່ພັງລົງມາ ເມື່ອວັນທີ 25 ກຸມພາ 2017.

 ທ່ານ ມູຮຳໝັດ ມູຮີດິນ ອານິສ ຫຼື ທ່ານ ອາບູ ໂອມານ ອາຍຸ 70 ປີ ເສດຖີຜູ້ຮັ່ງມີຊາວຊີຣີ ນັ່ງສູບຢາ, ຟັງເພງ ທ່າມກາງເສດຊາກສົງຄາມ ທີ່ທຳລາຍທຸກສິ່ງທຸກຢ່າງໃນຊີວິດ.

 ທະຫານກອງທັບປະຊາຊົນເກົາຫຼີ ທີ່ເຂົ້າຮ່ວມໂຮມຊຸມນຸມ ໃນວັນຄົບຮອບ 105 ປີທ່ານ ຄິມ ອິວ-ຊຸງ ຜູ້ກໍ່ຕັ້ງປະເທດເກົາຫຼີເໜືອ ເມື່ອວັນທີ 15 ເມສາ 2017.

 ພາບການປະທະກັນລະຫວ່າງເຈົ້າໜ້າທີ່ຕຳຫຼວດປາບຈະລາຈົນຂອງຝຣັ່ງ ກັບກຸ່ມຜູ້ປະທ້ວງຊາວຜູ້ອອກແຮງງານທີ່ປາຣີສ ເມື່ອວັນທີ 1 ພຶດສະພາ 2017.

 ພາບການປະທະກັນລະຫວ່າງຜູ້ປະທ້ວງ ກັບເຈົ້າໜ້າທີ່ຕຳຫຼວດຂອງເວເນຊູເອລາ ໃນການປະທ້ວງຂັບໄລ່ປະທານປະເທດ ທ່ານ ນິໂຄລາສ ມາດູໂຣ ຖ່າຍເມື່ອວັນທີ 3 ພຶດສະພາ 2017.

 ແມ່ຍິງຊາວອິຣັກອູ້ມລູກນ້ອຍຍ່າງອອກຈາກເສດຊາກສົງຄາມດ້ວຍນໍ້າຕາ ທີ່ເມືອງໂມຊຸນ ປະເທດອິຣັກ ຖ່າຍເມື່ອວັນທີ 5 ກໍລະກົດ 2017.

 ພາບທີ່ສະແດງໃຫ້ເຫັນເຖິງຄວາມເສຍຫາຍທີ່ເກີດຈາກສົງຄາມຢູ່ເມືອງໂມຊຸນ ປະເທດອິຣັກ ຖ່າຍເມື່ອວັນທີ 9 ກໍລະກົດ 2017.

 ແມ່ເອົາຜ້າປົກສົບລູກຊາຍ ທີ່ຖືກເຈົ້າໜ້າທີ່ຕຳຫຼວດຍິງເສຍຊີວິດ ຈາກເຫດການປະທ້ວງການເລືອກຕັ້ງໃນເຄນຢາ ຖ່າຍເມື່ອວັນທີ 8 ສິງຫາ 2017.

ຮ່າງຜູ້ເສຍຊີວິດຜູ້ອົບພະຍົບຊາວມຸດສະລິມໂຣຮິງຢາ ທີ່ຫາດອິນານິ ປະເທດບັງກະລາເທດ ຖ່າຍເມື່ອວັນທີ 28 ກັນຍາ 2017.

*ຄຳເຕືອນ: ພາບຖ່າຍມີລິຂະສິດ ຫ້າມສຳເນົາ ໂດຍບໍ່ໄດ້ຮັບສິດໃນການເຜີຍແຜ່ຈາກເຈົ້າຂອງພາບ

No comments

Powered by Blogger.