ເກົາຫຼີເໜືອຖະແຫຼງ: ທຸກປະເທດທີ່ມີສ່ວນຮ່ວມຂວໍ້າບາດ ຕ້ອງຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນ - ອິດສະຫຼະ

ເກົາຫຼີເໜືອຖະແຫຼງ: ທຸກປະເທດທີ່ມີສ່ວນຮ່ວມຂວໍ້າບາດ ຕ້ອງຮັບຜິດຊອບຕໍ່ສິ່ງທີ່ເກີດຂຶ້ນ



ສຳນັກຂ່າວຕ່າງປະເທດລາຍງານ 24 ທັນວາ 2017 ວ່າ: ສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຂອງລັດຖະບານເກົາຫຼີເໜືອ ເຜີຍແຜ່ຖະແຫຼງການຂອງກະຊວງການຕ່າງປະເທດເກົາຫຼີເໜືອວ່າ: ຄວາມຕື່ນຢ້ານຈົນເຂົ້າເສັ້ນຂອງສະຫະລັດ ອາເມຣິກາ ທີ່ມີຕໍ່ໂຄງການນິວເຄຼຍຂອງເກົາຫຼີເໜືອ ຄືເຫດຜົນຂອງການຊຸກດັນໃຫ້ມີການເພີ່ມແຮງກົດດັນທາງເສດຖະກິດຕໍ່ເກົາຫຼີເໜືອເຖິງຂີດສຸດ ໂດຍໃນຄັ້ງນີ້ຮຽກໄດ້ວ່າ ເປັນການປິດລ້ອມໂອກາດທາງເສດຖະກິດຂອງເກົາຫຼີເໜືອໃນທຸກຊ່ອງທາງ ເຊິ່ງເກົາຫຼີເໜືອບໍ່ມີທາງຍອມຮັບມາດຕະການດັ່ງກ່າວ ທີ່ເປັນການລ່ວງມະເລີດ ແລະ ຂົ່ມຂູ່ອະທິປະໄຕຢ່າງຊັດເຈນ.

ນອກຈາກນີ້ ມາດຕະການຂວໍ້າບາດຕາມແນວຄິດຂອງສະຫະລັດ ອາເມຣິກາ ໃນຄັ້ງນີ້ ຍັງເປັນການທຳລາຍສັນຕິພາບ ແລະ ສະຖຽນລະພາບຢູ່ແຫຼມເກົາຫຼີ ເຊິ່ງມີແຕ່ຈະຍິ່ງຊຸກດັນໃຫ້ລັດຖະບານເກົາຫຼີເໜືອຕ້ອງເດີນໜ້າໂຄງການພັດທະນາອາວຸດຂອງຕົນເອງຢ່າງບໍ່ຢຸດຢັ້ງ ເພື່ອປ້ອງກັນການນາບຂູ່ໃນລັກສະນະນີ້ ເຊິ່ງປະເທດໃດກໍ່ຕາມທີ່ມີສ່ວນສະໜັບສະໜູນມະຕິຂວໍ້າບາດໃນຄັ້ງນີ້ ຈະຕ້ອງຮັບຜິດຊອບຢ່າງເຖິງທີ່ສຸດຕໍ່ຜົນກະທົບທີ່ຈະເກີດຂຶ້ນຕາມມາ.

ເຊິ່ງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດທັງ 15 ປະເທດ ມີມະຕິເປັນເອກະພາບໃນກອງປະຊຸມເມື່ອວັນສຸກທີ່ຜ່ານມາ ອອກມາດຕະການຂວໍ້າບາດເກົາຫຼີເໜືອຮອບໃໝ່ ເພື່ອຕອບໂຕ້ທີ່ເກົາຫຼີເໜືອທົດລອງຂີປະນາວຸດຂ້າມທະວີບ "ຮວາຊອງ-15" ເມື່ອວັນທີ 28 ພະຈິກ 2017 ທີ່ຜ່ານມາ ໂດຍຈຳກັດໃຫ້ເກົາຫຼີເໜືອຊື່ຜະລິດຕະພັນປີໂຕຼລຽມໄດ້ພຽງປີລະ 500,000 ບາເຣວ ແລະ ນ້ຳມັນດິບໄດ້ພຽງປີລະ 4 ລ້ານບາເຣວ ຫຼຸດລົງເກືອບ 90% ຈາກປະລິມານໃນປັດຈຸບັນ, ຂະນະດຽວກັນແຮງງານຊາວເກົາຫຼີເໜືອຢູ່ຕ່າງແດນຕ້ອງກັບປະເທດພາຍໃນປີ 2019 ແລະ ການຫ້າມເກົາຫຼີເໜືອສົ່ງອອກເຄື່ອງກົນຈັກ ແລະ ຊິ້ນສ່ວນອຸປະກອບອິເລັກໂຕຼນິກ.


No comments

Powered by Blogger.