ລັດເຊຍ ຕິດຕັ້ງລະບົບປ້ອງກັນໄພທາງອາກາດ S-400 ຢູ່ຊາຍແດນເກົາຫຼີເໜືອ (ວິດີໂອ) - ອິດສະຫຼະ

ລັດເຊຍ ຕິດຕັ້ງລະບົບປ້ອງກັນໄພທາງອາກາດ S-400 ຢູ່ຊາຍແດນເກົາຫຼີເໜືອ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານ 23 ທັນວາ 2017 ວ່າ: ກອງກຳລັງປະກັນໄພທາງອາກາດຂອງລັດເຊຍຖະແຫຼງວ່າ ໄດ້ຕິດຕັ້ງລະບົບປ້ອງກັນໄພທາງອາກາດແບບ S-400 ຢູ່ພູມມິພາກ ປຼີມອດສະກີ ດິນແດນທາງຕາເວັນອອກໄກຂອງລັດເຊຍ ທີ່ມີຊາຍແດນຕິດກັບເກົາຫຼີເໜືອ ເພື່ອປ້ອງກັນນ່ານຟ້າໃນພູມມິພາກດັ່ງກ່າວ.


S-400 ເປັນລະບົບປ້ອງກັນໄພທາງອາກາດໄລຍະໄກຂອງລັດເຊຍ ທີ່ເລີ່ມພັດທະນາໃນປີ 1990 ລະບົບສຳເລັດສົມບູນໃນປີ 2004 ແລະ ຖືກນຳເຂົ້າປະຈຳການໃນກອງທັບລັດເຊຍປີ 2007.

S-400 ຖືເປັນລະບົບປ້ອງກັນໄພທາງອາກາດທີ່ມີປະສິດທິພາບ ແລະ ຄວາມແມ້ນຢຳສູງ ດ້ວຍລະບົບເຣດາ 91N6E ທີ່ກວດຈັບໄດ້ໄກເຖິງ 600 ກິໂລແມັດ ແລະ ເຣດາແບບປະສົມ 92N2E ທີ່ກວດຈັບໄດ້ໄກກວ່າ 400 ກິໂລແມັດ ສາມາດປ້ອງກັນໄພທາງອາກາດໄດ້ຢ່າງຄວບຄຸມ ທັງຍົນຮົບປະເພດຕ່າງໆ, ເຄື່ອງບິນແບບບໍ່ມີຄົນຂັບ ແລະ ຂີປະນາວຸດທຸກຊະນິດ, ມີໄລຍະການຍິງຕັ້ງແຕ່ 120-400 ກິໂລແມັດ, ໂຈມຕີເປົ້າໝາຍໄດ້ພ້ອມກັນ 36 ເປົ້າໝາຍ, ດ້ວຍຄວາມໄວ 6,174 ກິໂລແມັດຕໍ່ຊົ່ວໂມງ ແລະ ລູກຈະຫຼວດມີລະບົບປ້ອງກັນການຮົບກວນ.


No comments

Powered by Blogger.