ທ່ານ ປູຕິນກ່າວ: ສ.ອາເມຣິກາລະເມີດສົນທິສັນຍາດ້ານນິວເຄຼຍ - ອິດສະຫຼະ

ທ່ານ ປູຕິນກ່າວ: ສ.ອາເມຣິກາລະເມີດສົນທິສັນຍາດ້ານນິວເຄຼຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 22 ທັນວາ 2017 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ກ່າວຕໍ່ກອງປະຊຸມຄະນະນາຍທະຫານລະດັບສູງຂອງເຫຼົ່າທັບ ທີ່ເມືອງບາລາຊິກາ ນະຄອນຫຼວງມົດສະກູ ເມື່ອວັນສຸກທີ່ຜ່ານມາວ່າ: ຖານທີ່ຕັ້ງລະບົບປ້ອງກັນຂີປະນາວຸດຂອງສະຫະລັດ ອາເມຣິກາໃນຣູມານີ ທີ່ມີຈະຫຼວດພິໄພກາງແບບພື້ນສູ່ພື້ນປະກອບຢູ່ນຳ ຖືເປັນການລະເມີດສົນທິສັນຍາກອງກຳລັງນິວເຄຼຍພິໄສກາງ (INF) ປີ 1987.


ກ່ອນໜ້າທີ່ລັດເຊຍກໍ່ໄດ້ກ່າວວ່າ ລະບົບຂີປະນາວຸດຂອງສະຫະລັດ ອາເມຣິກາ ໃນໂປໂລຍ ແລະ ຣູມານີ ຖືກອອກແບບເພື່ອຍິ່ງຂີປະນາວຸດໂຈມຕີຂອງລັດເຊຍໂດຍສະເພາະ.

ທ່ານ ປູຕິນກ່າວອີກວ່າ ການທົດລອງຈະຫຼວດໂຈມຕີເປົ້າໝາຍຂອງສະຫະລັດ ອາເມຣິກາ ເປັນອີກກໍລະນີໜຶ່ງຂອງການລະເມີດສົນທິສັນຍາ ທີ່ກຳນົດຫ້າມຈະຫຼວດ ແລະ ຂີປະນາວຸດທີ່ມີຖານທີ່ເທິງບົກທຸກຊະນິດ ແລະ ມີພິໄສການຍິງລະຫວ່າງ 500-5,500 ກິໂລແມັດ.

ຜູ້ນຳລັດເຊຍຍັງກ່າວເຖິງແຜນຍຸດທະສາດດ້ານຄວາມໝັ້ນຄົງແຫ່ງຊາດ ສະບັບໃໝ່ຂອງສະຫະລັດ ອາເມຣິກາ ທີ່ທ່ານ ໂດໂນ ທຣຳ ຖະແຫຼງເມື່ອຕົ້ນອາທິດນີ້ວ່າ ຫາກເບິ່ງໃນມຸມມອງການທູດ ເຫັນໄດ້ຢ່າງຊັດເຈນວ່າມີລັກສະນະຮຸກຮານ ແຕ່ຖ້າເບິ່ງໃນມຸມມອງທະຫານ ຈະເຫັນໄດ້ເຖິງຄວາມແຂງຂໍ້ຢ່າງຊັດເຈນ.


No comments

Powered by Blogger.