UN ລົງມະຕິຢ່າງເປັນເອກະພາບຂວໍ້າບາດນ້ຳມັນ-ແຮງງານເກົາຫຼີເໜືອອີກຄັ້ງ - ອິດສະຫຼະ

UN ລົງມະຕິຢ່າງເປັນເອກະພາບຂວໍ້າບາດນ້ຳມັນ-ແຮງງານເກົາຫຼີເໜືອອີກຄັ້ງ



ສຳນັກຂ່າວຕ່າງປະເທດລາຍງານ ວັນທີ 22 ທັນວາ 2017 ທີ່ຜ່ານມາ ໃນກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ປະເທດສະມາຊິກທັງ 15 ປະເທດມີມະຕິເປັນເອກະພາບ ຮັບຮອງຮ່າງມະຕິທີ່ສະເໜີໂດຍສະຫະລັດ ອາເມຣິກາ ໃນການເພີ່ມມາດຕະການກົດດັນທາງເສດຖະກິດອີກຄັ້ງຕໍ່ເກົາຫຼີເໜືອ ເພື່ອຕອບໂຕ້ທີ່ເກົາຫຼີເໜືອທົດລອງຂີປະນາວຸດຂ້າມທະວີບຮວາຊອງ-15 ເມື່ອວັນທີ 28 ພະຈິກ 2017 ທີ່ຜ່ານມາ.


ເຊິ່ງເນື້ອໃນສຳຄັນຂອງມາດຕະການຂວໍ້າບາດຄັ້ງຫຼ້າສຸດເນັ້ນໄປທີ່ການຄວບຄຸມການຄ້າຂາຍນ້ຳມັນດິບ ແລະ ຜະລິດຕະພັນປີໂຕຼລຽມລະຫວ່າງເກົາຫຼີກັບປະຊາຄົມໂລກ ດ້ວຍການອະນຸຍາດໃຫ້ຄູ່ຄ້າຂອງເກົາຫຼີເໜືອສົ່ງອອກຜະລິດຕະພັນປີໂຕຼລຽມໄປຍັງເກົາຫຼີເໜືອໄດ້ພຽງແຕ່ປີລະ 500,000 ບາເຣວ ແລະ ນ້ຳມັນດິບໄດ້ພຽງປີ 4 ລ້ານບາເຣວ ຫຼຸດລົງເກືອບ 90% ຈາກປະລິມານທີ່ຊື້-ຂາຍໃນປັດຈຸບັນ, ຂະນະດຽວກັນ ປະເທດທີ່ມີແຮງງານເກົາຫຼີເໜືອຕ້ອງສົ່ງກັບພົນລະເມືອງເຫຼົ່ານັ້ນພາຍໃນ 24 ເດືອນ ຫຼື ພາຍໃນທ້າຍປີ 2019 ແລະ ການຫ້າມເກົາຫຼີເໜືອສົ່ງອອກເຄື່ອງຈັກກົນ ແລະ ຊິ້ນສ່ວນອຸປະກອນອິເລັກໂຕນິກ.

ເຖິງຢ່າງໃດກໍ່ຕາມຮ່າງມະຕິດັ່ງກ່າວເຂົ້າສູ່ກອງປະຊຸມຊັກຊ້າກວ່າປົກກະຕິ ເນື່ອງຈາກລັດຖະບານສະຫະລັດ ອາເມຣິກາ ຕ້ອງໄດ້ເຂົ້າເຈລະຈາກັບຈີນ ທີ່ເປັນປະເທດຜູ້ອຸປະຖຳລາຍໃຫຍ່ຂອງເກົາຫຼີເໜືອ ແລະ ລັດເຊຍທີ່ວິຈານເນື້ອໃນຮ່າງມະຕິຢ່າງເປີດເຜີຍ ໂດຍມີລາຍງານວ່າ ສະຫະລັດ ອາເມຣິກາ ຍອມແກ້ໄຂເນື້ອໃນ 2 ຂໍ້ໃນນາທີສຸດທ້າຍຄື: ການຂະຫຍາຍເວລາໃຫ້ແຮງງານເກົາຫຼີເໜືອເດີນທາງກັບປະເທດໃນດົນຂຶ້ນ ຈາກເດີມກຳນົດໄວ້ 12 ເດືອນ ແລະ ການຫຼຸດຈຳນວນບຸກຄົນ ແລະ ນິຕິບຸກຄົນໃນບັນຊີດຳຈາກການຂວໍ້າບາດຈາກ 19 ໃຫ້ເຫຼືອ 15 ລາຍຊື່ ແຕ່ຍັງບໍ່ມີການເປີດເຜີຍວ່າລັດຖະບານສະຫະລັດ ອາເມຣິກາໄດ້ຖອດລາຍຊື່ໃດແນ່ອອກ.

ໃນດ້ານຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໃນລົງຂໍ້ຄວາມໃນ Twitter ສະແດງຄວາມເພິ່ງພໍໃຈຕໍ່ການລົງມະຕິຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດໃນຄັ້ງນີ້, ຂະນະທີ່ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາຜູ້ສະເໜີຮ່າງມະຕິ ໄດ້ກ່າວຂອບໃຈຕໍ່ກອງປະຊຸມທີ່ມີຈຸດຢືນຮ່ວມກັນຢ່າງໜັກແໜ້ນເປັນຄັ້ງທີ 10 ແລ້ວ ໃນການຮຽກຮ້ອງໃຫ້ເກົາຫຼີເໜືອຢຸດຕິສະແດງບົດບາດທີ່ເປັນໄພ ແລະ ຢືນຢັນວ່າຕາບໃດທີ່ເກົາຫຼີເໜືອຍັງບໍ່ຜ່ອນຄາຍທ່າທີຄືດັ່ງກ່າວ ມາດຕະການຂວໍ້າບາດຈະຍິ່ງເຂັ້ມງວດຂຶ້ນເລື້ອຍໆ, ສ່ວນທ່ານ ອູ໋ ໄຫ່ເຖົາ ເອກອັກຄະລັດຖະທູດຈີນກ່າວຢ້ຳຈຸດຢືນຂອງລັດຖະບານຈີນວ່າ ມາດຕະການຂວໍ້າບາດ ແລະ ການເຈລະຈາຕາມແນວທາງການທູດເທົ່ານັ້ນ ທີ່ຈະສາມາດຜ່ອນຄາຍສະຖານະການຢູ່ແຫຼມເກົາຫຼີໄດ້.


No comments

Powered by Blogger.