ສ.ອາເມຣິກາ ພ້ອມເຈລະຈາກັບເກົາຫຼີເໜືອ ແຕ່ຕ້ອງແບບບໍ່ມີເງື່ອນໄຂໄປກ່ອນ - ອິດສະຫຼະ

ສ.ອາເມຣິກາ ພ້ອມເຈລະຈາກັບເກົາຫຼີເໜືອ ແຕ່ຕ້ອງແບບບໍ່ມີເງື່ອນໄຂໄປກ່ອນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ທັນວາ 2017 ທີ່ຜ່ານມາວ່າ: ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ: ລັດຖະບານສະຫະລັດ ອາເມຣິກາພ້ອມເຈລະຈາກັບເກົາຫຼີເໜືອ ໂດຍບໍ່ມີການກຳນົດເງື່ອນໄຂກ່ອນ ແຕ່ທ່ານ ທິວເລີສັນ ໄດ້ກ່າວຢ້ຳຈຸດຢືນຂອງສະຫະລັດ ອາເມຣິກາວ່າ ລັດຖະບານເກົາຫຼີເໜືອຕ້ອງສະແດງທ່າທີຢ່າງຈິງໃຈວ່າ ພ້ອມທີ່ຍຸດຕິໂຄງການນິວເຄຼຍ.



ເຊິ່ງເກົາຫຼີເໜືອເອງກໍ່ໄດ້ທົດລອງຂີປະນາວຸດຢ່າງໜ້ອຍ 16 ຄັ້ງ ນັບຕັ້ງແຕ່ຕົ້ນປີນີ້ ໂດຍໃນຈຳນວນດັ່ງກ່າວ 2 ຄັ້ງເປັນການທົດລອງຂີປະນາວຸດຂ້າມທະວີບ (ICBM) ພາຍໃນໄລຍະເວລາຫ່າງກັນພຽງ 4 ເດືອນຄື: ຮວາຊອງ-14 ເມື່ອວັນທີ 4 ກໍລະກົດ 2017 ກົງກັບວັນຊາດສະຫະລັດ ອາເມຣິກາພໍດີ ແລະ ຮວາຊອງ-15 ເມື່ອວັນທີ 28 ພະຈິກ 2017 ທີ່ຜ່ານມາ.

ໃນຂະນະດຽວກັນໃນສະຫະລັດ ອາເມຣິກາເອງກໍ່ຍັງມີການຊ້ອມຮົບຮ່ວມກັບເກົາຫຼີໃຕ້ ແລະ ຍີ່ປຸ່ນຢູ່ ເຊິ່ງຫຼ້າສຸດເມື່ອວັນທີ 4-8 ທັນວາ ທີ່ຜ່ານມາ ກອງທັບອາກາດສະຫະລັດ ແລະ ເກົາຫຼີໃຕ້ກໍ່ໄດ້ມີການຊ້ອມຮົບທາງອາກາດຄັ້ງຍິງໃຫຍ່ທີ່ສຸດໃນປະຫວັດສາດ ທີ່ມີຍົນຮົບກວ່າ 200 ລຳເຂົ້າຮ່ວມ, ແລະ ໃນວັນທີ 11-12 ທັນວາ ທີ່ຜ່ານ ສະຫະລັດ ອາເມຣິກາ, ເກົາຫຼີໃຕ້ ແລະ ຍີ່ປຸນກໍ່ໄດ້ມີການຊ້ອມຮົບທາງທະເລເພື່ອຕິດຕາມ ແລະ ສະກັດກັ້ນຂີປະນາວຸດຂອງເກົາຫຼີເໜືອ.


ເຖິງຢ່າງໃດກໍ່ຕາມ ສຳນັກຂ່າວກາງເກົາຫຼີ (KCNA) ກະບອກສຽງຂອງລັດຖະບານເກົາຫຼີເໜືອລາຍງານເມື່ອຕອນເຊົ້າຂອງວັດພຸດນີ້ (13 ທັນວາ) ຕາມເວລາທ້ອງຖິ່ນວ່າ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກ່າວກັບທີມນັກວິທະຍາສາດ ແລະ ວິສະວະກອນທີ່ຢູ່ເບື້ອງຫຼັກການທົດສອບຂີປະນາວຸດຮວາຊອງ-15 ວ່າ ການພັດທະນາດ້ານໂຄງການຂີປະນາວຸດຄື "ໄຊຊະນະ" ທີ່ກຳລັງຈະນຳພາເກົາຫຼີເໜືອໃຫ້ກ່າວສູ່ການເປັນລັດນິວເຄຼຍ ແລະ ລັດທາງການທະຫານທີ່ເຂັ້ມແຂງທີ່ສຸດໃນໂລກ.

ເຊິ່ງທາງດ້ານເກົາຫຼີເໜືອເອງກໍ່ພ້ອມທີ່ຈະເຈລະຈາ ຕາມການກ່າວຂອງທ່ານ ເຊີເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ເມື່ອວັນທີ 10 ທັນວາ ທີ່ຜ່ານມາ, ໂດຍທ່ານ ເຊີເກ ກ່າວວ່າໄດ້ແຈ້ງໃຫ້ກັບທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ຮັບຮູ້ແລ້ວ ແລະ ລັດເຊຍເອງກໍ່ພ້ອມທີ່ຈະເປັນຄົນກາງໃນການຈັດຕັ້ງການເຈລະຈາ ເພື່ອຫຼຸດຜ່ອນສະຖານະການຄວາມເຄັ່ງຕຶງຢູ່ແຫຼມເກົາຫຼີລະຫວ່າງ 2 ປະເທດ ແລະ ບັນດາປະເທດທີ່ກ່ຽວຂ້ອງ.



No comments

Powered by Blogger.