ອິນໂດເນເຊຍຈັບກຸມ ຜູ້ຕ້ອງສົງໄສເຊື່ອມໂຍງກໍ່ການຮ້າຍຫົວຮຸນແຮງ 18 ຄົນ - ອິດສະຫຼະ

ອິນໂດເນເຊຍຈັບກຸມ ຜູ້ຕ້ອງສົງໄສເຊື່ອມໂຍງກໍ່ການຮ້າຍຫົວຮຸນແຮງ 18 ຄົນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ທັນວາ 2017 ວ່າ: ສຳນັກງານຕຳຫຼວດແຫ່ງຊາດອິນໂດເນເຊຍອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາວ່າ ໜ່ວຍປະຕິບັດການຕໍ່ຕ້ານການກໍ່ການຮ້າຍ ໄດ້ມີການຄວບຄຸມຕົວຜູ້ຕ້ອງສົງໄສເປັນສະມາຊິກກຸ່ມຫົວຮຸນແຮງ 18 ຄົນ ແບ່ງເປັນ 12 ຄົນໃນແຂວງສຸມາດຕຼາໃຕ້, 4 ຄົນໃນແຂວງກາລິມັນຕັນຕາເວັນຕົກ ແລະ ອີກ 2 ຄົນໃນແຂວງຊວາຕາເວັນອອກ ພ້ອມທັງມີການຢຶດຂອງກາງອີກຈຳນວນໜຶ່ງ.

ຂະນະທີ່ພົນຕຳຫຼວດເອກ ຕິໂຕ ຄານາວຽນ ກ່າວວ່າ: ເຖິງແມ່ນວ່າເຈົ້າໜ້າທີ່ຍັງບໍ່ພົບຫຼັກຖານທີ່ຊັດເຈນ ທີ່ອາດນຳໄປສູ່ການໂຈມຕີຄັ້ງຕໍ່ໄປ ແຕ່ການຄວບຄຸມຕົວທີ່ເກີດຂຶ້ນຖືວ່າເປັນການປ້ອງກັນໄວ້ກ່ອນ ເນື່ອງຈາກໃກ້ເຖິງວັນຄຼິສມາສ ແລະ ປີໃໝ່, ພາຍຫຼັງພະນັກງານສືບສວນສາມາດແກະຮອຍຈົນພົບວ່າ ຜູ້ຕ້ອງສົງໄສເຫຼົ່ານີ້ມີສ່ວນເຊື່ອມໂຍງກັບເຫດການຮຸນແຮງ ແລະ ຜູ້ຕ້ອງສົງໄສຫຼາຍຄົນທີ່ຖືກຈັບກຸມກ່ອນໜ້ານີ້ ແລະ ເປັນໄປຕາມກົດໝາຍຕໍ່ຕ້ານການກໍ່ການຮ້າຍຂອງອິນໂດເນເຊຍ ທີ່ອະນຸຍາດໃຫ້ເຈົ້າໜ້າທີ່ຄວບຄຸມຜູ້ຕ້ອງສົງໄສໄດ້ສູງສຸດ 7 ວັນ ກ່ອນພິຈາລະນາດຳເນີນການຕາມຂັ້ນຕອນຕໍ່ໄປວ່າ ຈະດຳເນີນຄະດີໃນຂໍ້ຫາກໍ່ການຮ້າຍ ຫຼື ປ່ອຍຕົວໃຫ້ເປັນອິດສະຫຼະ.

ເຊິ່ງລັດຖະບານອິນໂດເນເຊຍເຊື່ອວ່າ ເຫດຄວາມຮຸນແຮງຫຼາຍຄັ້ງທີ່ເກີດຂຶ້ນໃນປະເທດນັບຕັ້ງແຕ່ຕົ້ນປີ 2016 ມີສ່ວນເຊື່ອມໂຍງເຖິງສະມາຊິກກຸ່ມ IS ຊາວອິນໂດເນເຊຍຫຼາຍຄົນທີ່ຫຼົບລີ້ຢູ່ໃນຊີຣີ ແລະ ຫວນກັບຄືນໄປເມື່ອວັນຄຼິສມາສຂອງປີ 2000 ໄດ້ເກີດເຫດລະເບີດໂຈມຕີໂບສຫຼາຍແຫ່ງໃນປະເທດ ເຮັດໃຫ້ມີຜູ້ເສຍຊີວິດລວມກັນ 18 ຄົນ, ພາຍຫຼັງເກີດເຫດບໍ່ມີບຸກຄົນໃດອອກມາຮັບວ່າຢູ່ເບື້ອງຫຼັງ ແຕ່ທາງການອິນໂດເນເຊຍຮວບຮວມຫຼັກຖານໄດ້ຫຼາຍອັນທີ່ບົ່ງບອກວ່າເປັນສີມືຂອງກຸ່ມອັນ-ກໍອິດະ ແລະ ກຸ່ມເຈມາ ອິດສະລາມິເຢາະ (JI).


No comments

Powered by Blogger.