ສະຫະພາບເອີຣົບ ປະກາດຍຸດຕິໃຫ້ການຊ່ວຍເຫຼືອກຳປູເຈຍ ໃນການເລືອກຕັ້ງ - ອິດສະຫຼະ

ສະຫະພາບເອີຣົບ ປະກາດຍຸດຕິໃຫ້ການຊ່ວຍເຫຼືອກຳປູເຈຍ ໃນການເລືອກຕັ້ງ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 12 ທັນວາ 2017 ທີ່ຜ່ານມາວ່າ: ສະຫະພາບເອີຣົບ (EU) ປະກາດຍຸດຕິໃຫ້ເງິນຊ່ວຍເຫຼືອໃນການຈັດການເລືອກຕັ້ງທົ່ວໄປຂອງກຳປູເຈຍ ທີ່ຈະຈັດຂຶ້ນໃນວັນທີ 29 ກໍລະກົດ 2018 ເນື່ອງຈາກພັກກູ້ຊາດກຳປູເຈຍ​ (CNRP) ຖືກສານກຳປູເຈຍສັ່ງຍຸບພັກເມື່ອເດືອນທີ່ຜ່ານມາ ຕາມຄຳຮ້ອງຂໍຂອງລັດຖະບານກຳປູເຈຍ ທີ່ນຳໂດຍ ສົມເດັດຮຸນ ເຊນ ນາຍົກລັດຖະມົນຕີ ເນື່ອງຈາກທ່ານ ເຂັມ ສຸຂາ ຫົວໜ້າພັກກູ້ຊາດກຳປູເຈຍຖືກຈັບກຸມຕາມຂໍ້ກ່າວຫາວ່າເປັນກະບົດ.

ໃນຈົດໝາຍຂອງສະຫະພາບເອີຣົບທີ່ສົ່ງເຖິງຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ ທີ່ຖືກເປີດເຜີຍເມື່ອວັນອັງຄານທີ່ຜ່ານມາມີເນື້ອໃນຕອນໜຶ່ງວ່າ: "ຂະບວນການເລືອກຕັ້ງທີ່ພັກຝ່າຍຄ້ານສຳຄັນຖືກກີດກັນອອກໄປຕາມລຳພັງໃຈ ບໍ່ສາມາດເຫັນໄດ້ເຖິງຄວາມຖືກຕ້ອງເປັນທຳ" ແລະ "ພາຍໃຕ້ສະຖານະການແບບນີ້ ສະຫະພາບເອີຣົບບໍ່ເຊື່ອວ່າຈະມີຂະບວນການເລືອກຕັ້ງທີ່ໜ້າເຊື່ອຖື".

ເຊິ່ງທີ່ຜ່ານມາສະຫະພາບເອີຣົບ ແລະ ຍີ່ປຸ່ນເປັນຜູ້ຊ່ວຍເຫຼືອລາຍໃຫຍ່ສຸດຂອງຄະນະກຳມະການການເລືອກຕັ້ງກຳປູເຈຍ.

ທ່ານ ພາຍ ສີພັນ ໂຄສົກລັດຖະບານກຳປູເຈຍກ່າວຕໍ່ຜູ້ສື່ຂ່າວເມື່ອວັນອັງຄານທີ່ຜ່ານມາວ່າ ກຳປູເຈຍສາມາດຈັດການເລືອກຕັ້ງໄດ້ດ້ວຍເງິນຂອງຕົນເອງ "ນັ້ນເປັນຄວາມຕ້ອງຂອງພວກເຂົາ (ສະຫະພາບເອີຣົບ).... ພວກເຮົາກໍ່ມີເງິນຂອງພວກເຮົາ".

ໃນເດືອນທີ່ຜ່ານມາລັດຖະບານສະຫະລັດ ອາເມຣິກາ ກໍ່ໄດ້ປະກາດຈະຍຸດຕິຊ່ວຍເຫຼືອການເລືອກຕັ້ງກຳປູເຈຍ ແລະ ຕໍ່ມາໄດ້ປະກາດມາດຕະການຂວໍ້າບາດວີຊາ ຫ້າມບຸກຄົນໃນລັດຖະບານກຳປູເຈຍທີ່ກ່ຽວຂ້ອງກັບການທຳລາຍປະຊາທິປະໄຕ ເດີນທາງເຂົ້າປະເທດສະຫະລັດ ອາເມຣິກາ.

ໃນເດືອນຕຸລາທີ່ຜ່ານມາ ສະຫະພາບເອີຣົບກໍ່ໄດ້ກ່າວເຕືອນລັດຖະບານກຳປູເຈຍວ່າ ອາດຖືກດຳເນີນການກ່ຽວກັບສິດທິພິເສດດ້ານການຄ້າ ຫາກສະຖານະການດ້ານສິດທິມະນຸດໃນກຳປູເຈຍຕົກຕໍ່າລົງອີກ.

No comments

Powered by Blogger.