2 ຄົນລາວຖືກຈັບຂົນເງິນ 98 ລ້ານບາດອອກໄທ ຍື່ນປະກັນຕົວບໍ່ສູ້ຄະດີ ຍິນດີຍົກເງິນທັງໝົດໃຫ້ - ອິດສະຫຼະ

2 ຄົນລາວຖືກຈັບຂົນເງິນ 98 ລ້ານບາດອອກໄທ ຍື່ນປະກັນຕົວບໍ່ສູ້ຄະດີ ຍິນດີຍົກເງິນທັງໝົດໃຫ້



ສຳນັກຂ່າວມະຕິຊົນຂອງໄທລາຍງານ 12 ທັນວາ 2017 ວ່າ:​ ຄືບໜ້າຈາກກໍລະນີທີ່ເຈົ້າໜ້າທີ່ດ່ານພາສີໜອງຄາຍຂອງໄທ ໄດ້ມີການກວດຄົ້ນລົດ TOYOTA ແລນກຸຍເຊີ ທະບຽນ ກກ 1844 ກຳແພງນະຄອນ ພົບເງິນຊຸກເຊື່ອງໄວ້ເຕັມລົດລວມ 98 ລ້ານບາດ, ເຈົ້າໜ້າທີ່ຈຶ່ງໄດ້ມີການຈັບກຸມທ້າວ ສຸບັນ ເຕຍສີລິ ອາຍຸ 30 ແລະ ທ້າວ ຄຳບອນ ເຕຍສີລິ ອາຍຸ 24 ປີ ສອງອ້າຍນ້ອງຄົນລາວ ເຊິ່ງອ້າງວ່າເຮັດທຸລະກິດແລກປ່ຽນເງິນຕາຕ່າງປະເທດຢູ່ນະຄອນຫຼວງວຽງຈັນ ພາຍຫຼັງໄດ້ນຳເງິນ 2.5 ລ້ານໂດລາສະຫະລັດມາແລກເອົາເງິນບາດໄທຕາມທະນາຄານຕ່າງໆໃນແຂວງໜອງຄາຍ ແລະ ຈະເດີນທາງກັບປະເທດລາວ.


ໃນເວລາ 18:00 ຂອງວັນທີ 12 ທັນວາ 2017 ນີ້ ເຈົ້າໜ້າທີ່ດ່ານພາສີໜອງຄາຍເປີດເຜີຍຄວາມຄືບໜ້າວ່າ ພາຍຫຼັງສືນສວນເບື້ອງຕົ້ນແລ້ວ ເຈົ້າໜ້າທີ່ຍັງບໍ່ເຊື່ອທີ່ມາຂອງເງິນຕາມຄຳກ່າວອ້າງຂອງທັງສອງຄົນ ເຊິ່ງຂະນະນີ້ເຈົ້າໜ້າໄທກຳລັງສືບສວນເພີ່ມເຕີມ, ໃນຂະນະທີ່ທັງສອງຄົນໄດ້ມີທະນາຍຄວາມມາຍື່ນຂໍປະກັນຕົວແລ້ວ ໂດຍບໍ່ຂໍສູ້ຄະດີ ຍິນດີຍົກເງິນທັງໝົດ 98 ລ້ານບາດໃຫ້ຕົກເປັນຊັບສິນຂອງລັດ (ໄທ) ເຊິ່ງທາງເຈົ້າໜ້າທີ່ໄທກ່າວວ່າສາມາດປະກັນຕົວໄດ້ ແຕ່ຕ້ອງຢຶດໜັງສືເດີນທາງຂອງທັງ 2 ຄົນໄວ້ ບໍ່ອະນຸຍາດໃຫ້ເດີນທາງອອກນອກປະເທດໄທ ຈົນກວ່າເຈົ້າໜ້າທີ່ຈະສືບສວນເປັນທີ່ຮຽບຮ້ອຍກ່ອນ ເຊິ່ງຂະນະນີ້ຍັງຢູ່ໃນລະຫວ່າງການສືບສ່ວນຢູ່.



No comments

Powered by Blogger.