ຍານໂຊຢຸສຂອງລັດເຊຍ ນຳນັກບິນອະວະກາດ 3 ທ່ານກັບສູ່ໂລກຢ່າງປອດໄພ - ອິດສະຫຼະ

ຍານໂຊຢຸສຂອງລັດເຊຍ ນຳນັກບິນອະວະກາດ 3 ທ່ານກັບສູ່ໂລກຢ່າງປອດໄພ



ສຳນັກຂ່າວຕ່າງປະເທດລາຍງານ 28 ກຸມພາ 2018 ວ່າ: ຍານແຄັບຊູນໂຊຢຸສ ລຸ້ນ MS-06 (Soyuz MS-06) ລົງສູ່ພື້ນຢ່າງປອດໄພ ທີ່ທົ່ງໜ້າທີ່ປົກຄຸມໄປດ້ວຍຫິມະ ໃນເມືອງ Dzhezkazgan ປະເທດກາຊັກສະຖານ ເມື່ອຕອນເຊົ້າວັນພຸດນີ້ ຕາມເວລາທ້ອງຖິ່ນ ພ້ອມນັກບິນອາວະກາດ 3 ທ່ານ ຈາກສະຖານນີອະວະກາດນານາຊາດ ທີ່ເດີນທາງກັບໂລກ ປະກອບດ້ວຍ: ນັກບິນອະວະກາດຂອງອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ອາເມຣິກາ (NASA) 2​ ທ່ານ ຄືທ່ານ ໂຈ ອາຄາບາ ແລະ ທ່ານ ມາກ ຟານ ເດີ ໄຮ, ສ່ວນອີກໜຶ່ງທ່ານ ແມ່ນນັກບິນອະວະກາດສັງກັດອົງການອະວະກາດລັດເຊຍ ທ່ານ ອະເລັກຊານເດີ ມິເຊີກິນ.

ເຊິ່ງນັກບິນອະວະກາດທັງສາມ ເດີນທາງໄປປະຕິບັດພາລະກິດຢູ່ສະຖານນີອະວະກາດນານາຊາດ ຕັ້ງແຕ່ເດືອນກັນຍາ 2017, ຂະນະທີ່ນັກບິນອະວະກາດຊຸດໃໝ່ອີກ 3 ທ່ານ ມີກຳນົດເດີນທາງດ້ວຍຈະຫຼວດໂຊຢຸສ ຈາກສູນອະວະກາດໄບໂຄນູ ໃນກາຊັກສະຖານ ວັນທີ 21 ມີນາ 2018 ນີ້ ເພື່ອໃຫ້ພາລະກິດຢູ່ເທິງສະຖານນີອະວະກາດນານາຊາດມີເຈົ້າໜ້າທີ່ປະຕິບັດງານຄົບ 6 ທ່ານ.















No comments

Powered by Blogger.