ນາຍົກສະໂລວາກີ ຕັ້ງລາງວັນນຳຈັບຄາຕະກອນຜູ້ຂ້ານັກຂ່າວ ແລະ ແຟນ 1 ລ້ານເອີໂຣ ເພື່ອສະແດງຢຸດຢືນຂອງລັດຖະບານໃນການປົກປ້ອງເສລີພາບຂອງສື່ - ອິດສະຫຼະ

ນາຍົກສະໂລວາກີ ຕັ້ງລາງວັນນຳຈັບຄາຕະກອນຜູ້ຂ້ານັກຂ່າວ ແລະ ແຟນ 1 ລ້ານເອີໂຣ ເພື່ອສະແດງຢຸດຢືນຂອງລັດຖະບານໃນການປົກປ້ອງເສລີພາບຂອງສື່



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ກຸມພາ 2018 ທີ່ຜ່ານມາວ່າ: ທ່ານ ໂຣເບິດ ຟິໂກ ນາຍົກລັດຖະມົນຕີສະໂລວາກີ ສະເໜີເງິນລາງວັນນຳຈັບ 1 ລ້ານເອີໂຣ ສຳລັບຜູ້ໃດກໍ່ຕາມທີ່ສາມາດແຈ້ງເບາະແສກ່ຽວກັບການຄາຕະກຳ ທ້າວ ຈາ ຄູຄຽກ ນັກຂ່າວດ້ານການສືບສວນ ແລະ ແຟນຂອງລາວ ນາງ ມາຕິນາ ຄູສນິໂຣວາ ທັງສອງເປັນຊາວສະໂລວາກີ ຖືກຍິງເສຍຊີວິດໃນເຮືອນຂອງຕົນເມື່ອວັນອາທິດ (25 ກຸມພາ) ທີ່ຜ່ານມາ.


ເຊິ່ງການຖະແຫຼງຂ່າວຂອງນາຍົກລັດຖະມົນຕີສະໂລວາກີ ໄດ້ດຶງດູດຄວາມສົນໃຈຂອງບັນດານັກຂ່າວເປັນຈຳນວນຫຼາຍ ຈົນໂດ່ງດັງໄປທົ່ວໂລກ ເພາະທ່ານໄດ້ຢືນຢູ່ຂ້າງກອງເງິນ ພ້ອມເຈົ້າໜ້າທີ່ ທີ່ມີອາວຸດຄົບຊຸດ ເພື່ອອາລັກຂາເງິນຈຳນວນນີ້ ເຊິ່ງການຖະແຫຼງຂ່າວໃນລັກສະນະນີ້ ບໍ່ຄ່ອຍປາກົດໃຫ້ເຫັນໃນສະໂລວາກີ.

ສ່ວນການສືບສວນຄວາມຄືບໜ້າຂອງຄະດີ ຈົນເຖິງຕອນນີ້ຍັງບໍ່ມີໃຜສາມາດອອກມາລະບຸໄດ້ເຖິງຕົ້ນເຫດຂອງການຄາຕະກຳບຸກຄົນທັງສອງໄດ້, ຂະນະທີ່ເມື່ອບໍ່ດົນມານີ້ ໜັງສືພິມຫຼາຍສະບັບໃນສະໂລວາກີ ຕີພິມບົດຄວາມຂອງທ້າວ ຈາ ຄູຄຽກ ທີ່ກ່າວເຖິງກຸ່ມມາເຟຍ ແລະ ການສໍ້ລາດບັງຫຼວງທາງການເມືອງລະດັບສູງ ເຊິ່ງອາດຈະເປັນສາເຫດເຮັດໃຫ້ລາວ ແລະ ແຟນຂອງລາວຖືກຄາຕະກຳກໍ່ເປັນໄປໄດ້.

ໃນດ້ານຂອງໝູ່ຮ່ວມງານຂອງທ້າວ ຈາ ຄູູຄຽກ ກ່າວວ່າ ຍັງມີບົດຄວາມທີ່ຍັງຂຽນບໍ່ແລ້ວຂອງລາວ ທີ່ກ່າວເຖິງກໍລະນີບັນດານັກທຸລະກິດໃນທາງຕາເວັນອອກຂອງສະໂລວາກີ ມີການເຊື່ອມໂຍງກັບກຸ່ມມາເຟຍ ແລະ ກຳລັງວາງແຜນຍັກຍອກເງິນ.

ຂະນະທີ່ນາຍົກລັດຖະມົນຕີກະໂລວາກີ ຈະຫາລືກັບສະມາຄົມນັກຂ່າວ ເພື່ອສ້າງຄວາມໝັ້ນໃຈວ່າ ການປົກປ້ອງເສລີພາບໃນການລາຍງານຂ່າວ ແລະ ຄວາມປອດໄພຂອງສື່ເປັນສິ່ງສຳຄັນ ເພາະສື່ເປັນສິ່ງສຳຄັນຢ່າງຍິ່ງໃນການເປັນແຫຼ່ງຂໍ້ມູນໃຫ້ກັບລັດຖະບານສະໂລວາກີ.







No comments

Powered by Blogger.