ອະດີດປະທານປະເທດເກົາຫຼີໃຕ້ ອາດຕິດຄຸກ 30 ປີ ຄະດີສໍ້ລາດບັງຫຼວງ ແລະ ໃຊ້ອຳນາດບໍ່ຖືກຕ້ອງ - ອິດສະຫຼະ

ອະດີດປະທານປະເທດເກົາຫຼີໃຕ້ ອາດຕິດຄຸກ 30 ປີ ຄະດີສໍ້ລາດບັງຫຼວງ ແລະ ໃຊ້ອຳນາດບໍ່ຖືກຕ້ອງ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ກຸມພາ 2018 ວ່າ: ເມື່ອວັນອັງຄານ (27 ກຸມພາ) ທີ່ຜ່ານມາ: ໄອຍະການເກົາຫຼີໃຕ້ ໄດ້ກຽມຂໍໃຫ້ສານພິຈາລະນາລົງໂທດທ່ານ ນາງ ປາກ ກຶນ-ເຮ ອະດີດປະທານປະເທດເກົາຫຼີໃຕ້ ໂດຍການຕັດອິດສະຫຼະພາບ 30 ປີ ແລະ ປັບໃໝ 10 ລ້ານໂດລາສະຫະລັດ, ໂດຍໄອຍະການລະບຸວ່າ: ທ່ານ ນາງ ປາກ ກຶນ-ເຮ ຖືເປັນຜູ້ທີ່ຕ້ອງຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂຶ້ນ ເພາະທ່ານ ນາງ ໄດ້ຍິນຍອມ ແລະ ປ່ອຍໃຫ້ໝູ່ຜູ້ໃກ້ຊິດກໍ່ຄືທ່ານ ນາງ ຊະເວ ຊຸນຊິນ ເຂົ້າມາໃຊ້ປະໂຫຍດຈາກຕຳແໜ່ງໜ້າທີ່ຂອງຕົນ ໃນການບັງຄັບໃຫ້ບັນດາບໍລິສັດເອກະຊົນບໍລິຈາກເງິນເຂົ້າອົງກອນການກຸສົນຂອງທ່ານ ນາງ ຊະເວ ເປັນມູນຄ່າຫຼາຍກວ່າ 10 ລ້ານໂດລາສະຫະລັດ ຈາກບໍລິສັດຊັງຊຸມ, ລັອດເຕ ລວມໄປເຖິງ SK ກຣຸບ ແລະ ບໍລິສັດອື່ນໆ.


ເຖິງທ່ານ ນາງ ປາກ ກຶນ ເຮ ໄດ້ຖືກຟ້ອງຕັ້ງແຕ່ເດືອນເມສາ 2017 ໃນຂໍ້ຫາການຮັບສິນບົນ ໂດຍໃຊ້ອຳນາດບໍ່ຖືກຕ້ອງ ລວມໄປເຖິງການເປີດເຜີຍຂໍ້ມູນລັບຂອງລັດຖະການແກ່ບຸກຄົນພາຍນອກ, ເຖິງຢ່າງໃດກໍ່ຕາມ ກ່ອນໜ້ານີ້ທ່ານ ນາງ ປາກ ກຶນ-ເຮ ແລະ ທ່ານ ນາງ ຊະເວ ຊຸນຊິນ ໄດ້ປະຕິເສດຂໍ້ກ່າວຫາທັງໝົດ.



No comments

Powered by Blogger.