ລັດເຊຍຈະຕອບໂຕ້ທຸກປະເທດທີ່ຂັບໄລ່ທູດຂອງຕົນ ປັດຈຸບັນມີ 20 ກວ່າປະເທດທີ່ຂັບໄລ່ - ອິດສະຫຼະ

ລັດເຊຍຈະຕອບໂຕ້ທຸກປະເທດທີ່ຂັບໄລ່ທູດຂອງຕົນ ປັດຈຸບັນມີ 20 ກວ່າປະເທດທີ່ຂັບໄລ່



ສຳນັກຂ່າວຕ່າງປະເທດລາຍງານ 27 ມີນາ 2018 ວ່າ: ລັດຖະບານລັດເຊຍປະກາດຈະມີມາດຕະການຕອບໂຕ້ ທຸກປະເທດທີ່ຂັບໄລ່ທູດຂອງຕົນ ເຊິ່ງຕອນນີ້ມີຫຼາຍກວ່າ 20 ປະເທດຮ່ວມກັນເນລະເທດຂັບໄລ່ເຈົ້າໜ້າທີ່ການທູດຂອງລັດເຊຍລວມກັນຫຼາຍກວ່າ 100 ຄົນ, ຫຼາຍທີ່ສຸດແມ່ນຈາກສະຫະລັດ ອາເມຣິກາ ທີ່ຖືກເນລະເທດເຖິງ 60 ຄົນ.

ທ່ານ ນາໂຕລີ ອັນໂຕນັອບ ເອກອັກຄະລັດຖະທູດຂອງລັດເຊຍປະຈຳນະຄອນຫຼວງວໍຊິງຕັນ ກ່າວເມື່ອວັນຈັນ (26 ມີນາ) ທີ່ຜ່ານມາ ວ່າລັດຖະບານສະຫະລັດ ອາເມຣິກາ ບໍ່ມີຄວາມເຂົ້າໃຈທີ່ແທ້ຈິງຕໍ່ກັບສິ່ງທີ່ເກີດຂຶ້ນທັງໝົດ ນອກຈາກແຕ່ວ່າຕ້ອງການສະແດງຄວາມແຂງແກ່ນຂອງຕົນເທົ່ານັ້ນ ແລະ ລັດຖະບານລັດເຊຍຈະບໍ່ມີທາງນິ້ງນອນໃຈຕໍ່ກັບສະຖານະການທີ່ເກີດຂຶ້ນກັບວຽກງານການທູດໃນສະຫະລັດ ອາເມຣິກາ.

ຄຳກ່າວຂອງທ່ານ ນາໂຕລີ ອັນໂຕນັອບ ເກີດຂຶ້ນພາຍຫຼັງທີ່ເຂົ້າພົບເຈົ້າໜ້າທີ່ລະດັບສູງຂອງກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ເພື່ອຮັບຊາບຄຳສັ່ງຂັບໄລ່ເຈົ້າໜ້າທີ່ການທູດ 48 ຄົນ ຈາກສະຖານກົງສຸນໃຫຍ່ ທີ່ເມືອງຊີແອດໂທ ທີ່ຕ້ອງປິດທຳການພາຍໃນ 7 ວັນ ຄືພາຍໃນວັນທີ 2 ເມສາ, ແຕ່ຫຼັງຈາກນັ້ນພຽງບໍ່ພໍເທົ່າໃດຊົ່ວໂມງ ລັດຖະບານສະຫະລັດ ອາເມຣິກາ ກໍ່ໄດ້ແຈ້ງຄຳສັ່ງເນລະເທດເຈົ້າໜ້າທີ່ການທູດລັດເຊຍເພີ່ມອີກ 12​ ຄົນ ຈາກສຳນັກງານຄະນະຜູ້ແທນຖາວອນປະຈຳສະຫະປະຊາຊາດ ໃນນະຄອນນິວຢອກ ເຊິ່ງທ່ານ ວາສຊິລີ ເນເບນເຊຍ ເອກອັກຄະລັດຖະທູດລັດເຊຍ ປະຈຳສະຫະປະຊາຊາດ ກ່າວເຖິງເລື່ອງນີ້ວ່າ ຍິ່ງສະທ້ອນໃຫ້ເຫັນເຖິງຄວາມບໍ່ເຂົ້າໃຈຂອງສະຫະລັດ ອາເມຣິກາ ແລະ ການທຳລາຍຄວາມໜ້າເຊື່ອຖືຂອງລັດຖະບານສະຫະລັດ ອາເມຣິກາ ເນື່ອງຈາກເຈົ້າໜ້າທີ່ການທູດປະຈຳສະຫະປະຊາຊາດທຸກຄົນ ລ້ວນຢູ່ພາຍໃຕ້ອະນຸສັນຍາວ່່ດ້ວຍເອກກະສິດ ແລະ ການຄຸ້ມຄອງກັນ ແຫ່ງສະຫະປະຊາຊາດ ຫຼື ອະນຸສັນຍານິວຢອກ ສະບັບປີ 1946.

ຂະນະທີ່ທ່ານ ນາງ ຊາຣາ ແຊນເດີ ໂຄສົກປະຈຳທຳນຽບຂາວ ກ່າວວ່າ ທ່ານ ໂດໂນ ທຣຳ ຕ້ອງການສະແດງຄວາມເປັນນ້ຳໜຶ່ງໃນດຽວກັນກັບອັງກິດ ຕໍ່ກໍລະນີທີ່ທ່ານ ເຊີເກ ສະກຣີພາລ ອະດີດເຈົ້າໜ້າທີ່ຂ່າວກອງທາງການທະຫານຂອງລັດເຊຍ ແລະ ນາງ ຢູເລຍ ສະກຣີພາລ ລູກສາວ ທີ່ໄດ້ຮັບສານພິດອອກລິດຮ້າຍແຮງທາງລະບົບປະສາດ ເມື່ອວັນທີ 4 ມີນາ ທີ່ຜ່ານມາ ທີ່ປະເທດອັງກິດ ແລະ ອັງກິດຢືນຢັນວ່າ ເປັນສານພິດທີ່ມາຈາກໂຄງການ “ໂນວິຊັອກ” ທີ່ສະຫະພາບໂຊວຽດພັດທະນາຂຶ້ນມາ.

ສ່ວນໃນດ້ານຂອງທ່ານ ນາງ ມາເຣຍ ຊາຄາໂຣວາ ໂຄສົກກະຊວງການຕ່າງປະເທດລັດເຊຍ ກ່າວວ່າລັດຖະບານລັດເຊຍຈະມີມາດຕະການຕອບໂຕ້ ທີ່ເໝາະສົມກັບທຸກປະເທດ.

ໃນເວລາຕໍ່ມາທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ໄດ້ກ່າວຂອບໃຈສະຫະລັດ ອາເມຣິກາ ແລະ ອີກເກືອບ 20 ກວ່າປະເທດທີ່ຮ່ວມເປັນພັນທະມິດໃນການຂັບໄລ່ເຈົ້າໜ້າທີ່ການທູດຂອງລັດເຊຍ ລວມແລ້ວຫຼາຍກວ່າ 100​ ຄົນ ເຊິ່ງລວມເຖິງການາດາ, ອົດສະຕຣາລີ, ເຢຍລະມັນ, ຝຣັ່ງ, ນອກແວ, ກຣົວຊີ, ສາທາລະນະລັດເຊັກ, ຊູແອດ, ແອັດສະປາຍ, ອູແກຣນ ແລະ ອື່ນໆ

ເຊິ່ງເມື່ອຫວນຄືນກັບໄປໃນອະດີດ ເມື່ອກາງປີທີ່ຜ່ານມາ ທ່ານ ປູຕິນ ປະທານປະເທດລັດເຊຍ ໄດ້ສັ່ງຂັບໄລ່ເຈົ້າໜ້າທີ່ການທູດຂອງສະຫະລັດ ອາເມຣິກາ 755 ຄົນ ຫຼື ປະມານ 60% ຂອງເຈົ້າໜ້າທີ່ການທູດສະຫະລັດ ອາເມຣິກາ ເພື່ອຕອບໂຕ້ມາດຕະການຂວໍ້າບາດຫຼາຍຄັ້ງຂອງລັດຖະບານສະຫະລັດ ອາເມຣິກາ ສະໄໝການເປັນປະທານປະເທດຂອງທ່ານ ບາຣັກ ໂອບາມາ ເຊິ່ງລວມເຖິງການທີ່ທ່ານ ບາຣັກ ໂອບາມາ ສັ່ງເນລະເທດເຈົ້າໜ້າທີ່ການທູດຂອງລັດເຊຍ 35 ຄົນ ເມື່ອທ້າຍປີ 2016.


No comments

Powered by Blogger.