ແຈ້ງການ…! ວັນພັກ ແລະ ວັນພັກຊົດເຊີຍ ບຸນປີໃໝ່ລາວ 2018 (ພ.ສ 2561) - ອິດສະຫຼະ

ແຈ້ງການ…! ວັນພັກ ແລະ ວັນພັກຊົດເຊີຍ ບຸນປີໃໝ່ລາວ 2018 (ພ.ສ 2561)



ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການ ເລກທີ 452/ຫສນຍ.ກລຂ, ເລື່ອງການຈັດຕັ້ງສະເຫຼີມສະຫຼອງວັນປີໃໝ່ລາວ ປະຈຳປີ ພ.ສ 2561 ວ່າ:

ໃຫ້ຖືເອົາການສະເຫຼີມສະຫຼອງວັນບຸນປີໃໝ່ລາວ ປະຈຳປີ ພ.ສ 2561 ທີ່ຈະໝູນວຽນມາເຖິງນີ້ ເປັນໂອກາດໜຶ່ງທີ່ສຳຄັນ ໃນການສືບຕໍ່ເສີມຂະຫຍາຍຮີດຄອງປະເພນີອັນດີງາມ ແລະ ມູນເຊື້ອຄວາມສາມັກຄີເປັນປຶກແຜນຂອງຊາດ ທີ່ມີມາແຕ່ດົນນານແລ້ວ, ເປັນບຸນໃຫຍ່ປະຈຳຊາດ ທີ່ທົ່ວປວງຊົນລາວທັງຊາດ ຖືເອົາໂອກາດນີ້ ອວຍໄຊໃຫ້ພອນເຊິ່ງກັນ ແລະ ກັນ, ຈັດຕັ້ງສະເຫຼີມສະຫຼອງດ້ວຍບັນຍາກາດເບີກບານມ່ວນຊື່ນ, ໃຫ້ຖືກຕ້ອງສອດຄ່ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ ບົນຈິດໃຈປະຢັດມັດທະຍັດ.

ເນື່ອງຈາກວັນປີໃໝ່ລາວປີ 2018 ແມ່ນວັນທີ 14, 15 ແລະ 16 ເມສາ 2018 (ກົງກັບວັນເສົາ, ວັນອາທິດ ແລະ ວັນຈັນ), ເຊິ່ງວັນທີ 14 ແລະ 15 ເປັນວັນເສົາ ແລະ ວັນອາທິດ (ວັນພັກລັດຖະການ). ສະນັ້ນ, ຈຶ່ງເຫັນດີ ກຳນົດເອົາວັນທີ 17 ແລະ 18 ເມສາ 2018 (ກົງກັບວັນອັງຄານ ແລະ ວັນພຸດ) ເປັນວັນພັກຊົດເຊຍ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມຈິດໃຈຊີ້ນຳຂ້າງເທິງນີ້ດ້ວຍ.





No comments

Powered by Blogger.