ທ່ານ ນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ ທີ່ຫວຽດນາມ - ອິດສະຫຼະ

ທ່ານ ນາຍົກລັດຖະມົນຕີ ຈະເຂົ້າຮ່ວມກອງປະຊຸມສຸດຍອດອະນຸພາກພື້ນແມ່ນ້ຳຂອງ ທີ່ຫວຽດນາມ




ກະຊວງການຕ່າງປະເທດລາຍງານວ່າ: ໃນວັນທີ 29 ມີນາ 2018 ທີ່ຈະມາເຖິງນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ຈະນຳພາຄະນະຜູ້ແທນ ສປປ.ລາວ ເດີນທາງເຂົ້າຮ່ວມ ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນຳ້ຂອງ ຄັ້ງທີ 6, ກອງປະຊຸມສຸດຍອດທຸລະກິດອະນຸພາກພື້ນແມ່ນໍ້າຂອງ ຄັ້ງທຳອິດ ແລະ ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10 ໃນລະຫວ່າງ ວັນທີ 30-31 ມີນາ 2018 ທີ່ ຮ່າໂນ້ຍ, ສສ.ຫວຽດນາມຕາມການເຊື້ອເຊີນ ຂອງ ທ່ານ ຫງວຽນ ຊວນ ຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ກອງປະຊຸມສຸດຍອດ ອະນຸພາກພື້ນແມ່ນໍ້າຂອງ ຄັ້ງນີ້ ຈະເປັນການສະເຫຼີມສະຫຼອງ ຄົບຮອບ 25 ປີ ແຫ່ງການຮ່ວມມື ແລະ ການເປັນຄູ່ຮ່ວມງານ ໃນການສົ່ງເສີມ ແລະ ພັດທະນາອະນຸພາກພື້ນແມ່ນຳ້ຂອງ ກໍ່ຄື ບັນດາແລວທາງເສດຖະກິດອະນຸພາກພື້ນແມ່ນໍ້າຂອງ ລະຫວ່າງບັນດາປະເທດສະມາຊິກ ແລະ ການສະໜັບສະໜູນຈາກ ຄູ່ຮ່ວມພັດທະນາ, ເຊິ່ງຈະໄດ້ຮັບຮອງເອົາຖະແຫຼງການຮ່ວມ ແລະ ເອກະສານຈຳນວນໜຶ່ງ ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ກອງປະຊຸມສຸດຍອດ ທຸລະກິດອະນຸພາກພື້ນແມ່ນໍ້າຂອງໄດ້ຖືກຈັດຂຶ້ນເປັນຄັ້ງທໍາອິດ ເພື່ອໂຄສະນາເຜີຍແຜ່ ບັນດາທ່າແຮງບົ່ມຊ້ອນ ແລະ ກາລະໂອກາດໃນອະນຸພາກພື້ນແມ່ນໍ້າຂອງ ໃຫ້ແກ່ ພາກເອກະຊົນ ແລະ ຄູ່ຮ່ວມມືພັດທະນາ ແນໃສ່ ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃນພາກພື້ນນີ້ ໃຫ້ນັບມື້ນັບຫຼາຍຂຶ້ນ. ຄຽງຄູ່ກັນນີ້, ຈະມີການຈັດງານວາງສະແດງ ຮູບພາບ ແລະ ເຜີຍແຜ່ຮູບເງົາ ທີ່ສະທ້ອນໃຫ້ເຫັນຜົນສໍາເລັດຂອງການຮ່ວມມື ອະນຸພາກພື້ນແມ່ນໍ້າຂອງ ໃນໄລຍະ 25 ປີທີ່ຜ່ານມາ.

ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 10, ນີ້ ຜູ້ນໍາ 3 ປະເທດຈະໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍ ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 9 ໃນປີ 2016 ຜ່ານມາ ທີ່ ສຽມລຽບ ແລະ ຈະໄດ້ຮັບຮອງ ແລະ ລົງນາມ ຖະແຫຼງການຮ່ວມ ເພື່ອເປັນທິດທາງໃນການຮ່ວມມື ໃນຕໍ່ໜ້າເຊັ່ນກັນ ລວມທັງຈະໄດ້ ຮັບຮອງເອົາ ແຜນປະຕິບັດງານ ວ່າດ້ວຍ ການເຊື່ອມຈອດເສດຖະກິດ ກຳປູເຈຍ-ລາວ-ຫວຽດນາມ ຮອດປີ 2030.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີແຜນຈະພົບປະສອງຝ່າຍ ກັບບັນດາຜູ້ນຳຂອງປະເທດສະມາຊິກ ອະນຸພາກພື້ນແມ່ນໍ້າຂອງ ແລະ ຈະເຂົ້າຢ້ຽມຂຳ່ນັບການນຳຂັ້ນສູງ ຂອງ ສສ.ຫວຽດນາມ ອີກດ້ວຍ.


No comments

Powered by Blogger.