ຜູ້ນຳເກົາຫຼີເໜືອ ຢ້ຽມຢາມນະຄອນຫຼວງປັກກິ່ງ ເພື່ອພົບປະ ແລະ ປຶກສາຫາລືກັບຜູ້ນຳຂອງຈີນ - ອິດສະຫຼະ

ຜູ້ນຳເກົາຫຼີເໜືອ ຢ້ຽມຢາມນະຄອນຫຼວງປັກກິ່ງ ເພື່ອພົບປະ ແລະ ປຶກສາຫາລືກັບຜູ້ນຳຂອງຈີນ



ສຳນັກຂ່າວຕ່າງປະເທດລາຍງານ 28 ມີນາ 2018 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໃຫ້ການຕ້ອນຮັບທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ນະຄອນຫຼວງປັກກິ່ງ ແລະ ໄດ້ປຶກສາຫາລືຮ່ວມກັນເຖິງສະຖານະການຢູ່ແຫຼມເກົາຫຼີ ແລະ ການຍົກລະດັບສາຍພົວພັນລະຫວ່າງລັດຖະບານຈີນ ກັບ ລັດຖະບານເກົາຫຼີເໜືອ.


ສຳນັກຂ່າວຊິນຫົວ ຂອງທາງການຈີນໄດ້ເຜີຍແຜ່ພາບຖ່າຍການພົບປະຫາລືລະຫວ່າງທ່ານ ສີ ຈິ້ນຜິງ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ທີ່ມະຫາສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ໂດຍທ່ານ ຄິມ ຈອງ-ອຶນ ແລະ ທ່ານ ນາງ ຣີ ຊອນ-ຈູ ພັນລະຍາ ໄດ້ເດີນທາງຢ້ຽມຢາມນະຄອນຫຼວງປັກກິ່ງຢ່າງບໍ່ເປັນທາງການ ໃນລະຫວ່າງວັນທີ 25-28 ມີນານີ້ ເຊິ່ງທ່ານ ສີ ຈິ້ນຜິງ ແລະ ທ່ານ ນາງ ເຜິງ ລີ້ຫຍວນ ພັນລະຍາ ໄດ້ເປັນເຈົ້າພາບລ້ຽງອາຫານໃຫ້ແກ່ຜູ້ນຳສູງສຸດຂອງລັດຖະບານເກົາຫຼີເໜືອ ແລະ ພັນລະຍາອີກດ້ວຍ.


ຂະນະທີ່ໃນສ່ວນຂອງການພົບປະຫາລືກັບທ່ານ ຄິມ ຈອງ-ອຶນ ເຈົ້າໜ້າທີ່ລະດັບສູງຂອງລັດຖະບານຈີນທີ່ເຂົ້າຮ່ວມລວມມີທ່ານ ຫວັງ ສີຊານ ຮອງປະທານປະເທດຈີນ ແລະ ທ່ານ ຫຼີ ເຄີ້ສຽງ ນາຍົກລັດຖະມົນຕີຂອງຈີນ ໂດຍທ່ານ ສີ ຈິ້ນຜິງ ໄດ້ກ່າວຕ້ອນຮັບທ່ານ ຄິມ ຈອງ-ອຶນ ໃນການຢ້ຽມຢາມຕ່າງປະເທດເປັນຄັ້ງທຳອິດ ນັບຕັ້ງແຕ່ສືບທອດອຳນາດສູງສຸດທາງການເມືອງຕໍ່ຈາກຜູ້ເປັນພໍ່ ທ່ານ ຄິມ ຈອງ-ອິວ ເຊິ່ງເຖິງແກ່ກຳເມື່ອທ້າຍປີ 2011 ແລະ ຂອບໃຈສຳລັບສານສະແດງຄວາມຍິນດີຈາກເກົາຫຼີເໜືອ ຕໍ່ການທີ່ທ່ານ ສີ ຈິ້ນຜິງ ໄດ້ຮັບເລືອກຕັ້ງຈາກສະພາປະຊາຊົນແຫ່ງຊາດຈີນ ໃຫ້ດຳລົງຕຳແໜ່ງປະທານປະເທດຕໍ່ເນື່ອງເປັນສະໄໝ ທີ 2.

ນອກຈາກນີ້, ຜູ້ນຳຈີນຍັງກ່າວເຖິງການຢ້ຽມຢາມຂອງທ່ານ ຄິມ ຈອງ-ອຶນ ວ່າຖືເປັນການຍົກລະດັບ ແລະ ສົ່ງເສີມສາຍພົວພັນອີກໜຶ່ງບາດກ້າວທີ່ສຳຄັນລະຫວ່າງພັກແຮງງານເກົາຫຼີເໜືອ ກັບ ພັກຄອມມູນິດຈີນ ບົນພື້ນຖານຂອງອຸດົມການສັງຄົມນິຍົມຮ່ວມກັນ ເຊິ່ງເປັນສິ່ງທີ່ໜ້າຊົມເຊີຍເປັນຢ່າງຍິ່ງ.

ໃນດ້ານຂອງຜູ້ນຳເກົາຫຼີເໜືອກ່າວວ່າ ທ່ານມີຄວາມຕັ້ງໃຈສູງ ໃນການລາຍງານຄວາມຄືບໜ້າຂອງການແກ້ໄຂສະຖານະການຢູ່ແຫຼມເກົາຫຼິີ ຕໍ່ທ່ານ ສີ ຈິ້ນຜິງ ຮັບຊາບດ້ວຍຕົນເອງ ວ່າບັນຍາກາດໃນຕອນນີ້ດີຂຶ້ນຫຼາຍ ແລະ ລັດຖະບານເກົາຫຼີເໜືອຢຶດໝັ້ນໃນການປົດອາວຸດນິວເຄຼຍ ລວມທັງຕົວທ່ານເອງກໍ່ມີຄວາມພ້ອມທີ່ຈະເຈລະຈາໂດຍກົງກັບສະຫະລັດ ອາເມຣິກາ ນອກຈາກນີ້ ຜູ້ນຳເກົາຫຼີເໜືອຍັງໄດ້ເຊື່ອເຊີນທ່ານ ສີ ຈິ້ນຜິງ ໃຫ້ເດີນທາງຢ້ຽມຢາມນະຄອນຫຼວງປຽງຢາງຢ່າງເປັນທາງການອີກດ້ວຍ.

ເຊິ່ງທ່ານ ຄິມ ຈອງ-ອຶນ ມີກຳນົດພົບປະຫາລືກັບທ່ານ ມູນ ແຈ-ອິນ ປະທານປະເທດເກົາຫຼີໃຕ້ ທີ່ບ້ານປັນມຸນຈອມ ເຂດປອດທະຫານ ທີ່ເປັນຊາຍແດນລະຫວ່າງສອງປະເທດ ໃນທ້າຍເດືອນເມສານີ້, ແລະ ການພົບປະຫາລືຄັ້ງປະຫວັດສາດກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຊິ່ງຫຼາຍຝ່າຍຄາດການວ່າຈະເກີດຂຶ້ນພາຍໃນທ້າຍເດືອນພຶດສະພານີ້.


No comments

Powered by Blogger.