NATO ຮ່ວມຂະບວນກັບອີກ 27 ປະເທດ ຂັບໄລ່ທູດລັດເຊຍ 144​ ຄົນກັບປະເທດ - ອິດສະຫຼະ

NATO ຮ່ວມຂະບວນກັບອີກ 27 ປະເທດ ຂັບໄລ່ທູດລັດເຊຍ 144​ ຄົນກັບປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 28 ມີນາ 2018 ວ່າ: ທ່ານ ເຈນ ສະໂຕເທນເບີກ ເລຂາທິການອົງການສົນທິສັນຍາອາກລັງຕິກເໜືອ (NATO) ກ່າວເມື່ອວັນອັງຄານ (27 ມີນາ) ທີ່ຜ່ານມາ ເລື່ອງການເນລະເທດເຈົ້າໜ້າທີ່ການທູດຂອງລັດເຊຍ 7 ຄົນ ອອກຈາກສຳນັກງານຄະນະຜູ້ແທນຖາວອນລັດເຊຍ ປະຈຳ NATO ແລະ ປະຕິເສດຮັບສານຕາຕັ້ງຂອງເຈົ້າໜ້າທີ່ການທູດຊຸດໃໝ່ຈາກລັດເຊຍອີກ 3 ຄົນ ເພື່ອສະແດງຄວາມເປັນນ້ຳໜຶ່ງໃຈດຽວ ກັບພັນທະມິດຕໍ່ກໍລະນີທີ່ທ່ານ ເຊີເກ ສະກຣີພາລ ອະດີເຈົ້າໜ້າທີ່ໜ່ວຍຂ່າວກອງທາງການທະຫານລັດເຊຍ ແລະ ລູກສາວ ທີ່ລີ້ໄພຢູ່ໃນອັງກິດ ຖືກວາງຢາພິດທີ່ອອກລິດຮ້າຍແຮງຕໍ່ລະບົບປະສາດ ຢູ່ເມືອງຊາລິສບິວຣີ ຂອງອັງກິດ ເມື່ອວັນທີ 4 ມີນາ 2018 ທີ່ຜ່ານມາ.
ການເຄື່ອນໄຫວດັ່ງກ່າວຂອງອົງການ NATO ເກີດຂຶ້ນໃນເວລາດຽວກັນກັບ 27 ປະເທດ ທີ່ສ່ວນໃຫຍ່ຢູ່ໃນທະວີບເອີຣົບ ຮ່ວມກັນເນລະເທດເຈົ້າໜ້າທີ່ການທູດຂອງລັດເຊຍແລ້ວ 144 ຄົນ ໃນຈຳນວນນີ້ເປັນຄຳສັ່ງຂອງປະເທດສະຫະລັດ ອາເມຣິກາ 60 ຄົນ ທີ່ລວມເຖິງການສັ່ງປິດສະຖານກົງສຸນໃຫຍ່ລັດເຊຍ ຢູ່ເມືອງຊີແອດໂທ ຕາມດ້ວຍອັງກິດປະເທດຫົວຂະບວນ 23 ຄົນ ແລະ ອູແກຣນ 13 ຄົນ.


ຂະນະທີ່ທ່ານ ບໍຣິສ ຈອນສັນ ລັດຖະມົນຕີກະຊວງການຕ່າງປະເທດອັງກິດກ່າວເຖິງ ຄວາມສາມັກຄີຂອງບັນດາປະເທດຕ່າງໆໃນຄັ້ງນີ້ ວ່າເປັນຈຸດປ່ຽນຄັ້ງສຳຄັນ ທີ່ບົ່ງບອກເຖິງໜ່ວຍຂ່າວກອງຂອງລັດເຊຍວ່າ ຕ້ອງໃຊ້ເວລາອີກດົນໃນການຟື້ນຟູສາຍພົວພັນຈາກກໍລະນີພໍ່-ລູກ ສະກຣີພາລ.

ໃນດ້ານຂອງທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ກ່າວວ່າສະຖານະການທີ່ເກີດຂຶ້ນຖືເປັນບົດທົດສອບໄດ້ເປັນຢ່າງດີ ວ່າມີປະເທດໃດແດ່ໃນເອີຣົບ ທີ່ຍັງເປັນເອກະລາດ, ໂດຍທ່ານ ເຊບາສຕຽນ ຄົວ ນາຍົກລັດຖະມົນຕີໂອຕຣິດ ກ່າວວ່າລັດຖະບານໂອຕຣິດຈະບໍ່ຮ່ວມເນລະເທດເຈົ້າໜ້າທີ່ການທູດຂອງລັດເຊຍ.

ເຊິ່ງທ່ານ ເຊີເກ ລາວາຣົບ ຢືນຢັນວ່າ ລັດຖະບານລັດເຊຍ ຈະມີມາດຕະການຕອບໂຕ້ຢ່າງເທົ່າທຽມ, ໃນດ້ານຂອງສະຖານທູດລັດເຊຍ ປະຈຳນະຄອນຫຼວງວໍຊິງຕັນ ໄດ້ມີການສຳຫຼວດຄວາມຄິດເຫັນອອນລາຍ ວ່າລັດຖະບານລັດເຊຍຄວນປິດສະຖານກົງສຸນໃຫຍ່ສະຫະລັດ ອາເມຣິກາແຫ່ງໃດໃນລັດເຊຍ ລະຫວ່າງສະຖານກົງສຸນໃຫຍ່ ທີ່ນະຄອນເຊັນປີເຕີສະເບີກ, ເມືອງວະລາດິວອສຕັອກ ແລະ ເມືອງເຢຄາເທຼິນເບີກ.


No comments

Powered by Blogger.