ທ່ານ ອູ ວິນ ມິນ ໄດ້ຮັບເລືອກເປັນປະທານປະເທດຄົນໃໝ່ຂອງມຽນມາ - ອິດສະຫຼະ

ທ່ານ ອູ ວິນ ມິນ ໄດ້ຮັບເລືອກເປັນປະທານປະເທດຄົນໃໝ່ຂອງມຽນມາ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ມີນາ 2018 ທີ່ຜ່ານມາວ່າ: ກອງປະຊຸມສະພາຂອງມຽນມາ ມີມະຕິສຽງສ່ວນໃຫຍ່ 403 ສຽງ ຈາກຈຳນວນຜູ້ເຂົ້າຮ່ວມປະຊຸມ 636 ສຽງ ເລືອກທ່ານ ອູ ວິນ ມິນ ອະດີດປະທານສະພາຜູ້ແທນປະຊາຊົນ ເຊິ່ງໄດ້ຮັບການສະເໜີຊື່ຈາກສະພາຜູ້ແທນປະຊາຊົນ ໃຫ້ດຳລົງຕຳແໜ່ງປະທານປະເທດມຽນມາຄົນໃໝ່ແທນ ທ່ານ ອູ ທິນ ຈໍ ເຊິ່ງໄດ້ລາອອກເມື່ອອາທິດທີ່ຜ່ານມາ ດ້ວຍເຫດຜົນດ້ານສຸຂະພາບ.

ຂະນະທີ່ອັນດັບ 2 ຄື ທ່ານ ພົນໂທ ມິນ ສ່ວຍ ຮອງປະທານປະເທດຄົນທີ 1 ເຊິ່ງເປັນຕົວແທນຂອງກອງທັບ ໄດ້ຮັບຄະແນນສຽງສະໜັບສະໜູນ 211 ສຽງ ແລະ ທ່ານ ເຮນຣີ ແວນ ທຽວ ຮອງປະທານປະເທດຄົນທີ 2 ເຊິ່ງເປັນຕົວແທນຂອງສະພາສູງ ໄດ້ຮັບຄະແນນສຽງສະໜັບສະໜູນ 18 ສຽງ, ສ່ວນບັດຕາຍມີ 4 ໃບ, ໂດຍທ່ານ ພົນໂທ ມິນ ສ່ວຍ ແລະ ທ່ານ ເຮນຣີ ແວນ ທຽວ ຈະຍັງຄົງປະຕິບັດໜ້າທີ່ໃນຕຳແໜ່ງຮອງປະທານປະເທດຕໍ່ໄປ, ໃນດ້ານຂອງທ່ານ ອູ ວິນ ມິນ ເຊິ່ງຈະເຂົ້າພິທີສາບານຕົນຮັບຕຳແໜ່ງໃນວັນພະຫັດ ທີ 29 ມີນາ 2018 ນີ້ ກ່າວພາຍຫຼັງຮູ້ຜົນການລົງຄະແນນພຽງແຕ່ວ່າ: ຈະປະຕິບັດໜ້າທີ່ຢ່າງສຸດຄວາມສາມາດ.


ເຖິງຢ່າງໃດກໍ່ຕາມ, ຜົນການລົງຄະແນນສຽງຂອງສະພາເປັນໄປຕາມການຄາດໝາຍຂອງທຸກຝ່າຍ ໂດຍທ່ານ ອູ ວິນ ມິນ ອາຍຸ 66 ປີ ທີ່ຈົບການສຶກສາລະດັບປະລິນຍາຕີ ຈາກຄະນະວິທະຍາສາດ ຂອງມະຫາວິທະຍາໄລຢ່າງກຸ້ງ ແລ້ວໄປສຶກສາຕໍ່ໃນດ້ານກົດໝາຍ ເປັນໜຶ່ງໃນບຸກຄົນໃກ້ຊິດກັບທ່ານ ນາງ ອອງ ຊານ ຊູຈີ ທີ່ປຶກສາແຫ່ງລັດ ແລະ ລັດຖະມົນຕີກະຊວງການຕ່າງປະເທດຂອງມຽນມາ ເຊັ່ນດຽວກັນກັບທ່ານ ອູ ທິນ ຈໍ ໂດຍໄດ້ເຄື່ອນໄຫວທາງການເມືອງຮ່ວມກັນມາຕັ້ງແຕ່ສະໄໝ “ການປະຕິວັດ 8888” ທີ່ເລີ່ມຂຶ້ນເມື່ອວັນທີ 8 ສິງຫາ 1988 ເພື່ອຂັບໄລ່ລັດຖະບານທະຫານຂອງທ່ານ ນາຍພົນ ເນ ວິນ.

ນອກຈາກນີ້, ນັບຕັ້ງແຕ່ໄດ້ຮັບເລືອກຕັ້ງໃຫ້ດຳລົງດຕຳແໜ່ງສະມາຊິກສະພາຜູ້ແທນ ໃນສັງກັດພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ເມື່ອປີ 2012 ທ່ານ ອູ ວິນ ມິນ ຍັງເປັນຜູ້ມີບົດບາດສຳຄັນໃນການຮຽກຮ້ອງໃຫ້ຄະນະລັດຖະມົນຕີເປີດເຜີຍບັນຊີຊັບສິນໃຫ້ປະຊາຊົນທົ່ວໄປຮັບຊາບອີກດ້ວຍ, ເຖິງຢ່າງໃດກໍ່ຕາມ ບົດບາດຂອງທ່ານ ອູ ວິນ ມິນ ຕໍ່ຈາກນີ້ໄປ ໜ້າຈະເປັນວຽກງານໃນດ້ານພິທີການຫຼາຍກວ່າ ເນື່ອງຈາກເປັນທີ່ຮັບຮູ້ກັນດີວ່າ ໃນທາງພຶດຕິໃນ ຫຼື ການກະທຳຕົວຈິງ ອຳນາດບໍລິຫານສ່ວນໃຫຍ່ແມ່ນຢູ່ທີ່ທ່ານ ນາງ ອອງ ຊານ ຊູຈີ.

No comments

Powered by Blogger.