EU ສະເໜີແຜນປັບປຸງການເຄື່ອນທັບໃຫ້ວ່ອງໄວຂຶ້ນ ທ່າມກາງຄວາມຂັດແຍ່ງກັບລັດເຊຍ - ອິດສະຫຼະ

EU ສະເໜີແຜນປັບປຸງການເຄື່ອນທັບໃຫ້ວ່ອງໄວຂຶ້ນ ທ່າມກາງຄວາມຂັດແຍ່ງກັບລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 28 ມີນາ 2018 ທີ່ຜ່ານມາວ່າ: ສະຫະພາບເອີຣົບ ປະກາດແຜນປະຕິບັດການ ການເຄື່ອນກຳລັງພົນທາງທະຫານ ແລະ ອຸປະກອນໃຫ້ໄດ້ວ່ອງໄວຍິ່ງຂຶ້ນ ທົ່ວທະວີບເອີຣົບ ເຊິ່ງອົງການ NATO ຖືວ່າມີຄວາມຈຳເປັນຢ່າງຍິ່ງ ຫາກເກີດຄວາມຂັດແຍ່ງຮຸນແຮງກັບລັດເຊຍ.

ໂດຍໃຫ້ເຫດຜົນວ່າ: ການຊ້ອມຮົບພາຍໃຕ້ລະຫັດ “Zapad” ຂອງກອງທັບລັດເຊຍ ຕາມເຂດຊາຍແດນເບື້ອງຕາເວັນອອກຂອງ NATO ເມື່ອເດືອນກັນຍາ 2017 ທີ່ຜ່ານມາ ເປັນການສົ່ງສັນຍານເຕືອນໄພໃນໄປຍັງສະຫະພາບເອີຣົບ ແລະ ສະຫະລັດ ອາເມຣິກາ ວ່າການຊ້ອມຮົບຄັ້ງໃຫຍ່ອາດກໍ່ໃຫ້ເກີດຄວາມຂັດຍແຍ່ງໂດຍບໍ່ເຈດຕະນາ ຢູ່ທາງພາກຕາເວັນອອກຂອງເອີຣົບ ເຊິ່ງ NATO ບໍ່ສາມາດເຄື່ອນກຳລັງພົນຈຳນວນຫຼາຍໄປຍັງເຂດນັ້ນໄດ້ໄວພໍ.


ໂດຍນາຍທະຫານລະດັບເສນາທິການຂອງ NATO ກ່າວວ່າ: ອຸປະສັກສຳຄັນຂອງ NATO ຄືລະບຽບທີ່ຂັດແຍ່ງກັນໃນກຸ່ມ 28 ປະເທດຂອງສະຫະພາບເອີຣົບ ລວມທັງຂົວ ແລະ ອຸໂມງຍັງແຄບ ຫຼື ບໍ່ແຂງແຮງພໍສຳລັບອຸປະກອນໜັກ ແລະ ງົບປະມານມີໜ້ອຍສຳລັບການເຄື່ອນທະຫານຈາກສະຫະລັດ ອາເມຣິກາ.

ທ່ານ ນາງ ເຟເດຣິກາ ໂມເກຣິນີ ຜູ້ແທນລະດັບສູງຂອງສະຫະພາບເອີຣົບ ດ້ານນະໂຍບາຍຕ່າງປະເທດ ແລະ ຄວາມໝັ້ນຄົງ ກ່າວເຖິງແຜນປະຕິບັດການເຄື່ອນຍ້າຍກອງທັບ ທີ່ສຳນັກງານໃຫຍ່ສະຫະພາບເອີຣົບ ໃນນະຄອນຫຼວງບຼັສເຊວ ປະເທດແບນຊິກ ເມື່ອວັນພຸດ 28 ມີນາ ທີ່ຜ່ານມາ ວ່າຈະຊ່ວຍປ້ອງກັນວິກິດ ແລະ ສາມາດເຄື່ອນກອງທັບໄດ້ຢ່າງມີປະສິດທິພາບຫຼາຍກວ່າເກົ່າ ແລະ ສາມາດເຂົ້າເຖິງເຂດຕ່າງໆໄດ້ວ່ອງໄວຂຶ້ນ ຫາກມີຄວາມທ້າທາຍເກີດຂຶ້ນ, ແຜນຈະຖືກສົ່ງໃຫ້ລັດຖະບານ 28 ປະເທດສະມາຊິກສະຫະພາບເອີຣົບ ແລະ ສະພາເອີຣົບ ເພື່ອອະພິປາຍ.


No comments

Powered by Blogger.