ຈະຫຼວດລັດເຊຍນຳສົ່ງ ນັກບິນອະວະກາດຊຸດໃໝ່ ໄປຍັງສະຖານນີອະວະກາດນານາຊາດ - ອິດສະຫຼະ

ຈະຫຼວດລັດເຊຍນຳສົ່ງ ນັກບິນອະວະກາດຊຸດໃໝ່ ໄປຍັງສະຖານນີອະວະກາດນານາຊາດ



ສຳນັກຂ່າວຕ່າງປະເທດລາຍງານ 22 ມີນາ 2018 ວ່າ: ຈະຫຼວດ Soyuz MS-08 ຂອງອົງການອະວະກາດລັດເຊຍ ອອກເດີນທາງຈາກຖານປ່ອຍຈະຫຼວດທີ່ສູນອະວະກາດໄບໂຄນູ ຄອສໂມໂດຣມ (Baikonur Cosmodrome) ໃນເມືອງໄບໂຄນູ ປະເທດກາຊັກສະຖານ ເມື່ອເວລາ 23:44 ນາທີ ຕາມເວລາທ້ອງຖິ່ນຂອງວັນພຸດ (21 ມີນາ) ເພື່ອສົ່ງນັກບິນອະວະກາດ 3 ຄົນເດີນທາງຕໍ່ດ້ວຍຍານແຄບຊູນຂຶ້ນໄປປະຕິບັດການຢູ່ເທິງສະຖານນີອະວະກາດນານາຊາດເປັນເວລາ 5 ເດືອນ ແບ່ງເປັນຊາວອາເມຣິກາ 2 ຄົນ ຈາກອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ອາເມຣິກາ (NASA) ຄືທ່ານ ດຣູ ຟອຍເທວ ອາຍຸ 52 ປີ ແລະ ທ່ານ ຣິຊາດ ອາໂດນ ອາຍຸ 54 ປີ ເຊິ່ງຖືເປັນຄັ້ງທຳອິດຂອງທັງສອງຄົນທີ່ຈະໄດ້ຂຶ້ນໄປເກັບກ່ຽວປະສົບການເທິງສະຖານນີອະວະກາດນານາຊາດ.


ຂະນະທີ່ຫົວໜ້າທີມຂອງຊຸດນີ້ຄືທ່ານ ໂອເລັກ ອາເທມເຢບ ຈາກອົງການອະວະກາດລັດເຊຍ ອາຍຸ 47 ປີ ເຄີຍປະຕິບັດໜ້າທີ່ຢູ່ເທິງສະຖານນີອະວະກາດນານາຊາດມາແລ້ວເຖິງ 169 ວັນ ເມື່ອປີ 2014 ໂດຍກ່ອນອອກເດີນທາງທ່ານ ໂອເລັກ ອາເທມເຢບກ່າວວ່າ ຄະນະໄດ້ນຳເອົາໝາກບານຕິດຕົວໄປທ່ອງອະວະກາດໃນຄັ້ງນີ້ນຳ ແລະ ຫວັງເປັນຢ່າງຍິ່ງວ່າໝາກບານໜ່ວຍນີ້ຈະມີສ່ວນຮ່ວມໃນການແຂ່ງຂັນເຕະບານໂລກນັດເປີດສະໜາມລະຫວ່າງທີມຊາດລັດເຊຍ ກັບ ທີມຊາດອາຣັບບີ ຊາອູດິດ ທີ່ນະຄອນຫຼວງມົດສະກູ ໃນວັນທີ 14 ມິຖຸນາ 2018 ນີ້ ເຊິ່ງທ່ານ ອັນໂທນ ຊະຄາເປຼຣົບ ນັກບິນອະວະກາດຂອງອົງການອະວະກາດລັດເຊຍ ທີ່ປະຈຳການຢູ່ເທິງສະຖານນີອະວະກາດນານາຊາດຢູ່ໃນຕອນນີ້ ແລະ ຈະເດີນທາງກັບກ່ອນຈະເປັນຜູ້ນຳກັບມາຍັງໂລກ.

ເຊິ່ງສະຖານນີອະວະກາດນານາຊາດເປັນພຽງໜຶ່ງໃນການຮ່ວມມືບໍ່ພໍເທົ່າໃດດ້ານລະຫວ່າງສະຫະລັດ ອາເມຣິກາ ກັບ ລັດເຊຍ ທີ່ລອຍຢູ່ເໜືອໂລກໃນລະດັບຄວາມສູງ 28,000 ກິໂລແມັດ ຕັ້ງແຕ່ປີ 1988










No comments

Powered by Blogger.