ລະເບີດແກັດນ້ຳຕາກາງສະພາໂຄໂຊໂວ ປະທ້ວງການແບ່ງແຍກດິນແດນ (ວິດີໂອ) - ອິດສະຫຼະ

ລະເບີດແກັດນ້ຳຕາກາງສະພາໂຄໂຊໂວ ປະທ້ວງການແບ່ງແຍກດິນແດນ (ວິດີໂອ)



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 21​ ມີນາ 2018 ວ່າ: ເກີດເຫດຄວາມວຸ້ນວາຍໃນສະພາໂຄໂຊໂວ ເມື່ອພັກຝ່າຍຄ້ານປ່ອຍແກັດນ້ຳຕາກາງສະພາ ປະທ້ວງການລົງຄະແນນສຽງໃນການແບ່ງເຂດແດນກັບມົງເຕເນໂກຣ ເຊິ່ງເປັນເງື່ອນໄຂສຳຄັນທີ່ຈະເຮັດໃຫ້ຊາວໂຄໂຊໂວເດີນທາງເຂົ້າສະຫະພາບເອີຣົບໄດ້ໂດຍບໍ່ຕ້ອງໃຊ້ວີຊາ ຕາມຂໍ້ຕົກລົງປີ 2015 ໂດຍຝ່າຍຄ້ານຕີລາຄາວ່າຂໍ້ຕົກລົງດັ່ງກ່າວຈະເຮັດໃຫ້ໂຄໂຊໂວເສຍດິນແດນຈຳນວນ 80 ຕາລາງກິໂລແມັດ.

ເຫດການດັ່ງກ່າວສົ່ງຜົນໃຫ້ການປະຊຸມຕ້ອງຖືກຍົກເລີກ ຈົນກວ່າແກັດນ້ຳຕາຈະລະບາຍອອກຈາກຫ້ອງປະຊຸມໝົດ ແຕ່ເມື່ອບັນດາສະມາຊິກສະພາກັບເຂົ້າມາໃນຫ້ອງປະຊຸມ ຝ່າຍຄ້ານກໍ່ຍັງປ່ອຍແກັດນ້ຳຕາອອກມາອີກຄັ້ງ ຈົນສຸດທ້າຍບໍ່ສາມາດລົງມະຕິໄດ້.

ໃນດ້ານຂອງທາ່ານ ໂຢຮານເນສ ຮານ ກຳມາທິການສະຫະພາບເອີຣົບ ປະນາມການກະທຳດັ່ງກ່າວຜ່ານ twitter ວ່າ: ພຶດຕິກຳແບບນີ້ບໍ່ຄວນເກີດຂຶ້ນໃນປະເທດປະຊາທິປະໄຕ.







No comments

Powered by Blogger.