ປະທະກັນດຸເດືອດ, ຊາວຄາຕາລັນລຸກຮືຂຶ້ນປະທ້ວງລັດຖະບານກາງແອັດສະປາຍ ທີ່ຈັບກຸມອະດີດຜູ້ນຳຂອງຕົນ - ອິດສະຫຼະ

ປະທະກັນດຸເດືອດ, ຊາວຄາຕາລັນລຸກຮືຂຶ້ນປະທ້ວງລັດຖະບານກາງແອັດສະປາຍ ທີ່ຈັບກຸມອະດີດຜູ້ນຳຂອງຕົນ



ສຳນັກຂ່າວຕ່າງປະເທດລາຍງານ 26 ມີນາ 2018 ວ່າ: ຊາວຄາຕາລັນຝ່າຍສະໜັບສະໜູນການແບ່ງແຍກດິນແດນຫຼາຍພັນຄົນ ອອກມາໂຮມຊຸມນຸມປະທ້ວງໃນຫຼາຍເມືອງຂອງແຄວ້ນກາຕາລຸນຍາ ຂອງແອັດສະປາຍເມື່ອວັນອາທິດ (25 ມີນາ) ທີ່ຜ່ານມາ, ພາຍຫຼັງທີ່ມີລາຍງານການຈັບກຸມທ່ານ ຄາລີສ ປຸຍເດີມອງ ອະດີດຜູ້ນຳກາຕາລຸນຍາ ໃນປະເທດເຢຍລະມັນ ຂະນະທີ່ທ່ານຂັບລົດຂ້າມຊາຍແດນຈາກປະເທດດານມາກ ໂດຍຄາດວ່າມີເປົ້າໝາຍທີ່ແບນຊິກເຊິ່ງເປັນບ່ອນລີ້ໄພຂອງທ່ານກ່ອນໜ້ານີ້.


ໂດຍເຈົ້າໜ້າທີ່ຕຳຫຼວດໄດ້ໃຊ້ອຸປະກອນຄົບມື ນຳກຳລັງເຂົ້າຄວບຄຸມກຸ່ມຜູ້ປະທ້ວງທີ່ກຳລັງມຸ່ງໜ້າໄປຍັງສະຖານທີ່ລັດຖະການຂອງລັດໃນເມືອງບາເຊໂລນາ ມີທັງການໃຊ້ກະບອງ ແລະ ຍິງປືນຂຶ້ນຟ້າເພື່ອເຕືອນ ຂະນະທີ່ຜູ້ຊຸມນຸມໄດ້ນຳເອົາຖັງຂີ້ເຫຍື້ອມາເປັນແນວປ້ອງກັນເຈົ້າໜ້າທີ່ ແລະ ມີລາຍງານການດຶກແກວ່ງແກ້ວ, ກະປ໋ອງ ແລະ ໄຂ່ໃສ່ເຈົ້າໜ້າທີ່ອີກດ້ວຍ, ເບື້ອງຕົ້ນມີຜູ້ບາດເຈັບຈາກການປະທະ 79 ຄົນ ໃນບາເຊໂລນາ, 7 ຄົນ ໃນເມືອງເຢດາ ແລະ ອີກ 1 ຄົນ ໃນເມືອງຕາຣາໂກນາ ໃນຈຳນວນນີ້ລວມມີຕຳຫຼວດ 13 ຄົນ.


ຜູ້ໂຮມຊຸມນຸມປະທ້ວງຕ່າງກໍ່ບໍ່ພໍໃຈຕໍ່ການຈັບກຸມທ່ານ ຄາລີສ ປຸຍເດີມອງ ບາງສ່ວນຮຽກຮ້ອງໃຫ້ຍົກລະດັບການເຄື່ອນໄຫວໄປສູ່ຂັ້ນຮຸນແຮງເຊັ່ນ: ການປະທ້ວງໂດຍບໍ່ມີກຳນົດຈົນກວ່ານັກໂທດການເມືອງທຸກຄົນຈະໄດ້ຮັບການປ່ອຍຕົວ ມີການປິດກັ້ນຖະໜົນຫົນທາງຫຼາຍສາຍໃນກາຕາລຸນຍາ ເຊັ່ນດຽວກັບການປະທ້ວງ 2 ຄັ້ງທີ່ເກີດຂຶ້ນເມື່ອປີທີ່ຜ່ານມາ ເພື່ອຮຽກຮ້ອງຕໍ່ຕ້ານການໃຊ້ຄວາມຮຸນແຮງຂອງເຈົ້າໜ້າທີ່ ລະຫວ່າງລັດຖະບານທ້ອງຖິ່ນທີ່ເດີນໜ້າຈັດຕັ້ງການລົງປະຊາມະຕິແບ່ງແຍກດິນແດນເພື່ອປະກາດເອກະລາດເມື່ອວັນທີ 1 ຕຸລາ 2017 ທີ່ຜ່ານມາ ໂດຍຝ່າຝືນຄຳສັ່ງຫ້າມຂອງລັດຖະບານກາງແອັດສະປາຍ ເຊິ່ງການລົງປະຊາມະຕິໄດ້ນຳໄປສູ່ການປະກາດເອກະລາດໂດຍສະພາທ້ອງຖິ່ນກາຕາລຸນຍາເມື່ອວັນທີ 27 ຕຸລາ 2017.


ທ່ານ ຄາລີສ ປຸຍເດີມອງ ຈະຖືກນຳຕົວຂຶ້ນສານໃນວັນຈັນ (26 ມີນາ) ນີ້ຕາມເວລາທ້ອງຖິ່ນ ເຊິ່ງທາງການເຢຍລະມັນມີເວລາ 60 ວັນໃນການພິຈາລະນາເລື່ອງການສົງຕົວຜູ້້ຮ້າຍຂ້າມແດນໃຫ້ກັບລັດຖະບານແອັດສະປາຍ, ການຈັບກຸມທ່ານ ຄາລີສ ປຸຍເດີມອງ ເກີດຂຶ້ນພາຍຫຼັງທີ່ສານແອັດສະປາຍມີການປະກາດອອກໝາຍຈັບລະຫວ່າງປະເທດນັກເຄື່ອນໄຫວແບ່ງແຍກດິນແດນກາຕາລຸນຍາ 13 ຄົນ ເມື່ອວັນສຸກ (23​ ມີນາ) ທີ່ຜ່ານມາ,​ ໃນຈຳນວນນັ້ນລວມເຖິງທ່ານ ຄາລີສ ປຸຍເດີມອງ.

ສານລະບຸວ່າ: ທ່ານ ຄາລີສ ປຸຍເດີມອງ ແລະ ພວກຮ່ວມກັນຈັດຕັ້ງການລົງປະຊາມະຕິ ໂດຍຝ່າຝືນຄຳສັ່ງຫ້າມຂອງລັດຖະບານກາງແອັດສະປາຍ ທ່ານ ຄາລີສ ປຸຍເດີມອງ ຈະຖືກພິຈາລະນາໃນຖານຄວາມຜິດກໍ່ກະບົດ ໂດຍມີໂທດສູງສຸດຄືຕັດອິດສະຫຼະພາບ 30 ປີ, ຂະນະທີ່ຄົນອື່ນໆ ອາດຖືກດຳເນີນຄະດີໃນຂໍ້ຫາທີ່ຮຸນແຮງໜ້ອຍກວ່ານັ້ນເຊັ່ນຝ່າຝືນອຳນາດລັດ.








No comments

Powered by Blogger.