ລະເບີດຂ້າຕົວຕາຍໜ້າສະໜາມບິນ ຕ້ອນຮັບການກັບມາຂອງຮອງປະທານປະເທດອາຟະການິດສະຖານ - ອິດສະຫຼະ

ລະເບີດຂ້າຕົວຕາຍໜ້າສະໜາມບິນ ຕ້ອນຮັບການກັບມາຂອງຮອງປະທານປະເທດອາຟະການິດສະຖານ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 22 ກໍລະກົດ 2018 ທີ່ຜ່ານມາວ່າ: ເຈົ້າໜ້າທີ່ລັດຖະບານລະດັບສູງຂອງອາຟະການິດສະຖານ, ຜູ້ນຳທາງການເມືອງ ແລະ ບັນດາຜູ້ສະໜັບສະໜູນໄດ້ອອກມາຈາກສະໜາມບິນສາກົນກາບູນແລ້ວເມື່ອວັນອາທິດ ທີ່ຜ່ານມາ ພາຍຫຼັງທີ່ເດີນທາງມາຕ້ອນຮັບຮອງປະທານປະເທດທ່ານ ອັບດຸນ ຣາຊິດ ດອສຕຸມ ແຫ່ງອາຟະການິດສະຖານ ເຊິ່ງມີເຊື້ອສາຍອຸດສະເບກ ແລະ ຍັງເປັນອະດີດຜູ້ນຳກອງກຳລັງຝ່າຍຕໍ່ຕ້ານທີ່ຫາກໍ່ກັບມາຈາກການລີ້ໄພໃນຕ່າງປະເທດ ແລ້ວກໍ່ເກີດການລະເບີດຂຶ້ນຢູ່ບໍລິເວນທາງເຂົ້າສະໜາມບິນສາກົນກາບູນ ເຊິ່ງທ່ານ ນາຈິບ ດານິສ ໂຄສົກກະຊວງປ້ອງກັນຄວາມສະຫງົບຖະແຫຼງວ່າ ໄດ້ຮັບລາຍງານວ່າມີຜູ້ເສຍຊີວິດ ຫຼື ບໍ່ກໍ່ບາດເຈັບຈຳນວນ 10 ຄົນ, ມີເດັກນ້ອຍ ແລະ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງລວມຢູ່ນຳ ຈາກເຫດລະເບີດຂ້າຕົວຕາຍຄັ້ງດັ່ງກ່າວ.

ສ່ວນຮອງປະທານປະເທດອາຟະການິດສະຖານ ແມ່ນເດີນທາງດ້ວຍລົດຫຸ້ມເກາະອອກຈາກສະໜາມບິນ ບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ, ທ່ານໄດ້ຮັບການຕ້ອນຮັບຈາກປະຊາຊົນເປັນຈຳນວນຫຼາຍ ພາຍຫຼັງລົງມາຈາກຍົນເຊົ່າເໝົາລຳເດີນທາງມາຈາກຕວັກກີ ເຊິ່ງທ່ານໄດ້ໄປລີ້ໄພຢູ່ຕັ້ງແຕ່ເດືອນພຶດສະພາ ປີທີ່ຜ່ານມາ, ແຕ່ການກັບມາຂອງທ່ານເກີດຂຶ້ນໃນຊ່ວງທີ່ເກີດເຫດຮຸນແຮງຈາກການຕໍ່ຕ້ານໃນຫຼາຍແຂວງທົ່ວທັງພາກເໜືອຂອງອາຟະການິດສະຖານ ເຊິ່ງເປັນເຂດທີ່ໝັ້ນຂອງທ່ານ, ສ່ວນສາເຫດທີ່ທ່ານຕ້ອງລີ້ໄພຢູ່ຕ່າງປະເທດ ກໍ່ເພາະຖືກກ່າວຫາວ່າ ເປັນຜູ້ສັ່ງການ, ຂົ່ມຂູ່ຄຸກຄາມ ລວມໄປເຖິງການຂົ່ມຂູ່ຄູ່ແຂງທາງການເມືອງ ແຕ່ທ່ານປະຕິເສດທຸກຂໍ້ກ່າວຫາ.





No comments

Powered by Blogger.