ກຳປູເຈຍ ປະຕິເສດຢ່າງເປັນທາງການວ່າ ທ່ານ ນາງ ຍິ່ງລັກ ບໍ່ໄດ້ຫຼົບໜີເຂົ້າປະເທດ - ອິດສະຫຼະ

ກຳປູເຈຍ ປະຕິເສດຢ່າງເປັນທາງການວ່າ ທ່ານ ນາງ ຍິ່ງລັກ ບໍ່ໄດ້ຫຼົບໜີເຂົ້າປະເທດ



ສຳນັກຂ່າວຕ່າງປະເທດລາຍງານ 28 ສິງຫາ 2017 ວ່າ: ທ່ານ ຂຽວ ກັນຍາລິດ ລັດຖະມົນຕີກະຊວງຖະແຫຼງຂ່າວຂອງກຳປູເຈຍ ຖະແຫຼງເມື່ອວັນອາທິດທີ່ຜ່ານມາວ່າ: ລັດຖະບານໄດ້ກວດສອບລາຍຊື່ຜູ້ໂດຍສານຂອງຖ້ຽວບິນຈາກສາຍການບິນທຸກສາຍທີ່ເດີນທາງເຂົ້າ ແລະ ອອກກຳປູເຈຍໃນໄລຍະນີ້ ບໍ່ພົບຊື່ຂອງທ່ານ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທ ເປັນຜູ້ໂດຍສານ, ຈຶ່ງສັນນິຖານວ່າທ່ານ ນາງ ອາດໃຊ້ຊ່ອງທາງອື່ນໃນການເດີນທາງອອກນອກປະເທດໄທ.

ຂະນະດຽວກັນທ່ານ ຂຽວ ໂຊເຟີຍະ ໂຄສົກກະຊວງປ້ອງກັນຄວາມສະຫງົບຂອງກຳປູເຈຍກ່າວວ່າ ເຖິງແມ່ນວ່າລັດຖະບານທັງສອງປະເທດບໍ່ມີຂໍ້ຕົກລົງຢ່າງເປັນທາງການກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ ແຕ່ລັດຖະບານກຳປູເຈຍທີ່ນຳໂດຍສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີ ພ້ອມ ແລະ ຍິນດີໃຫ້ການຮ່ວມມືຢ່າງເຕັມທີ່ກັບທາງການໄທໃນເລື່ອງນີ້ ໂດຍຢືນຢັນວ່າຈະສົ່ງທ່ານ ນາງ ຍິ່ງລັກ ກັບຄືນປະເທດທັນທີ ຫາກພົບວ່າອະດີດນາຍົກຂອງໄທຄົນນີ້ຫຼົບລີ້ຢູ່ໃນກຳປູເຈຍ.

ເຖິງຢ່າງໃດກໍ່ຕາມໜັງສືພິມ Khmer Times ລາຍງານວ່າເປັນທີ່ຮັບຮູ້ກັນດີທັງໃນກຳປະເຈຍ ແລະ ໃນໄທວ່າ ທ່ານ ທັກສິນ ອະດີດນາຍົກລັດຖະມົນຕີຂອງໄທເຊິ່ງເປັນອ້າຍຂອງທ່ານ ນາງ ຍິ່ງລັກ ແລະ ເປັນຈຸບັນລີ້ໄພທາງການເມືອງຢູ່ຕ່າງປະເທດ ມີເຄືອຂ່າຍຢູ່ໃນກຳປູເຈຍ ໂດຍມີທ່ານ ນາງ ຊະຍາພາ ວົງສະຫວັດ ຫຼານສາວຂອງທ່ານ ທັກສິນ ແຕ່ງດອງກັບທ່ານ ນຳ ລີນັນ ລູກຊາຍຂອງນາຍທຶນທາງການເມືອງເຊິ່ງເປັນຄົນໃກ້ຊິດກັບສົມເດັດ ຮຸນ ເຊນ ເມື່ອປີ 2013 ແລະ ຜູ້ນຳກຳປູເຈຍຍັງເຄີຍແຕ່ງຕັ້ງໃຫ້ທ່ານ ທັກສິນ ເປັນທີ່ປຶກສາທາງດ້ານເສດຖະກິດອີກດ້ວຍໃນປີ 2009 ແຕ່ກໍ່ໄດ້ຍົກເລີກໄປເວລາໄລ່ເລ່ຍກັນພາຍຫຼັງທີ່ລັດຖະບານໃຫ້ທັກທ້ວງເລື່ອງດັ່ງກ່າວ.

ໂດຍຫຼາຍຝ່າຍເຊື່ອວ່າຕອນນີ້ທ່ານ ນາງ ຍິ່ງລັກ ຢູ່ທີ່ນະຄອນດູໄບ ໂດຍເດີນທາງຜ່ານກຳປູເຈຍ ແລະ ສິງກະໂປ ແລະ ກຽມຍື່ນຂໍລີ້ໄພທາງການເມືອງໃນປະເທດອັງກິດ.

- ສານອອກໝາຍຈັບ ອະດີດນາຍົກໄທ ເພາະບໍ່ໄປຂຶ້ນສານຟັງຄຳຕັດສິນໃນຄະດີໂຄງການຈຳນຳເຂົ້າ
- ທາງການກຳປູເຈຍ-ສິງກະໂປ ແລະ UAE ຍັງປະຕິເສດ ແລະ ບໍ່ສະແດງຄວາມເຫັນເລື່ອງທ່ານ ນາງ ຍິ່ງລັກ ໜີອອກປະເທດ
- ທ່ານ ນາງ ຍິ່ງລັກ ອະດີດນາຍົກໄທ ກຽມຍື່ນຂໍລີ້ໄພການເມືອງຢູ່ອັງກິດ

No comments

Powered by Blogger.