ທ່ານນາຍົກລັດຖະມົນຕີ ໂອ້ລົມວຽກງານຂະແໜງການພາຍໃນທົ່ວປະເທດ - ອິດສະຫຼະ

ທ່ານນາຍົກລັດຖະມົນຕີ ໂອ້ລົມວຽກງານຂະແໜງການພາຍໃນທົ່ວປະເທດ



ໃນລະຫວ່າງວັນທີ 05-07 ທັນວາ 2016 ຢູ່ທີ່ ຫໍປະຊຸມແຫ່ງຊາດ (NCC) ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ ຂອງຂະແໜງພາຍໃນທົ່ວປະເທດຂຶ້ນ. ພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ. ໃນໂອກາດປິດກອງປະຊຸມດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ແຂກຖືກເຊີນພ້ອມດ້ວຍພະນັກງານ-ລັດຖະກອນ ຂອງຂະແໜງການພາຍໃນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດນີ້, ທ່ານ ຄໍາໝັ້ນ ສູນວິເລີດ ໄດ້ລາຍງານໃຫ້ຊາບກ່ຽວກັບ ຜົນຂອງການດໍາເນີນກອງປະຊຸມ ສະຫຼຸບວຽກງານປະຈໍາປີ ຂອງຂະແໜງການພາຍໃນ ເຊິ່ງກອງປະຊຸມດັ່ງກ່າວນີ້ ໄດ້ດໍາເນີນມາເປັນເວລາສາມວັນເຕັມ ແຕ່ວັນທີ 05-07 ທັນວາ 2016 ໃນນັ້ນ, ກອງປະຊຸມໄດ້ປຶກສາຫາລື ວຽກງານວິຊາສະເພາະຂອງຂະແໜງການພາຍໃນ ເຊິ່ງໄດ້ຍົກເອົາ 04 ບັນຫາສໍາຄັນ ເພື່ອມາປຶກສາຫາລືກັນ ເປັນຕົ້ນ 1. ການສ້າງຄວາມເຂັ້ມແຂງ ໃນວຽກງານການປັບປຸງກົງຈັກການຈັດຕັ້ງ ແລະ ກົນໄກ ການຄຸ້ມຄອງບໍລິຫານລັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທິດກະທັດຮັດ, ເຂັ້ມແຂງ, ມີປະສິດທິພາບ ແລະ ໄປຕາມທິດ 03 ສ້າງ; 2. ການສ້າງຄວາມເຂົ້າໃຈ ແລະ ເພີ່ມທະວີຄວາມເປັນເອກະພາບ, ເລິກເຊິ່ງ ໃນການກໍານົດເຂດເຊື່ອມຕໍ່ ແລະ ການສ້າງກົນໄກ ການຄຸ້ມຄອງວຽກງານຊົນເຜົ່າ ແລະ ສາສະໜາ ໃຫ້ມີປະສິດທິພາບ; 3. ເພີ່ມທະວີ ແລະ ຍົກສູງຄວາມສາມາດ ໃນການຄຸ້ມຄອງ ແລະ ພັດທະນາ ວຽກງານພະນັກງານ-ລັດຖະກອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ; ແລະ 4. ເພີ່ມທະວີການປັບປຸງກໍ່ສ້າງ ແລະ ຄຸ້ມຄອງ ຖັນແຖວພະນັກງານ-ລັດຖະກອນ ຂົງເຂດຂະແໜງພາຍໃນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ພ້ອມທັງ ສ້າງກົນໄກ ທີ່ທັນສະໄໝ ໃນການຄຸ້ມຄອງພົນລະເມືອງ ແລະ ຍົກລະດັບຄຸນນະພາບ ຂອງວຽກງານແຂ່ງຂັນ-ຍ້ອງຍໍ. ພ້ອມດຽວກັນນັ້ນ, ກອງປະຊຸມ ຍັງໄດ້ພ້ອມກັນສະຫຼຸບຕີລາຄາຄືນ ບັນດາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການເຄື່ອນໄຫວວຽກງານ ຂອງຂະແໜງການພາຍໃນ ໃນສົກປີ 2015-2016 ທີ່ຜ່ານມາ ແລະ ໄດ້ກໍານົດທິດທາງແຜນການເຄື່ອນໄຫວວຽກງານ ໃນປີ 2017.

ໂອກາດເຂົ້າຮ່ວມ ກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ມີຄໍາເຫັນຊີ້ນໍາ ແລະ ເນັ້ນໜັກ ໃຫ້ຂະແໜງການພາຍໃນ ສືບຕໍ່ເອົາໃຈໃສ່ ເປັນຕົ້ນ 1). ຕ້ອງກໍາແໜ້ນທີ່ຕັ້ງ ແລະ ພາລະບົດບາດ ຂອງຂະແໜງການພາຍໃນ ຢ່າງລະອຽດຈະແຈ້ງ; 2) ເອົາໃຈໃສ່ ທົບທວນຄືນໂຄງປະກອບການຈັດຕັ້ງ, ຕ້ອງໃຫ້ໄປຕາມຫຼັກວິທະຍາສາດ ໂດຍສອດຄ່ອງກັບ ຄວາມຕ້ອງການແຕ່ລະໄລຍະ, ແຕ່ລະວຽກງານ ໄປພ້ອມໆກັບ ການວາງຮາກຖານ ແລະ ລະບຽບການໄວ້ແຕ່ຫົວທີ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງ, ການປົກຄອງ ມີຄວາມໜັກແໜ້ນ; 3) ບັນດາພະນັກງານທີເຮັດວຽກ ຄຸ້ມຄອງຄຸ້ມຄອງ ພະນັກງານລັດຖະກອນ ຕ້ອງໄດ້ບຸກທະລຸ ເປັນຕົ້ນ ບຸກທະລຸຸທາງດ້ານຈິນຕະນາການ: ກ່ອນອື່ນຕ້ອງໄດ້ມີການ ຄົ້ນຄິດ, ຕີແຕກໝາຍຄວາມ ອັນໃດທີ່ຍັງບໍ່ຮັບປະກັນໃຫ້ແກ່ການບໍລິຫານ ຫຼື ບໍ່ສອດຄ່ອງ ເພື່ອເຮັດແນວໃດຕໍ່ໄປ ຈະເຮັດໃຫ້ກົງຈັກກະທັດຮັດ, ສອດຄ່ອງ ແລະ ສົມເຫດສົມຜົນ; ບຸກທະລຸທາງດ້ານກົນໄກບໍລິຫານ: ຕ້ອງບໍ່ໃຫ້ເກະກະ, ມີຫຼາຍຂັ້ນຫຼາຍຂອດ ໄປເຖິງ ການບໍລິການຮັບໃຊ້ປະຊາຊົນ; ຕ້ອງບຸກລະທາງດ້ານການຈັດຕັ້ງພະນັກງານ ເພື່ອກ້າວໄປເຖິງການສ້າງລັດຖະກອນ ເຂົ້າໃນໂຄງປະກອບການຈັດຕັ້ງ, ຕ້ອງໄດ້ມີການກໍານົດຕໍາແໜ່ງງານ ໃຫ້ຊັດເຈນ, ໃນນັ້ນຕ້ອງໄດ້ຮັບເອົາພະນັກງານ-ລັດຖະກອນ ທີ່ມີຄຸນນະພາບ, ມີຄຸນສົມບັດ, ມີນໍ້າໃຈຮັບໃຊ້ ແລະ ມີຄວາມຮັບຜິດຊອບ, ຕ້ອງບຸກທະລຸທາງດ້ານເຮັດໃຫ້ກົງຈັກການຈັດຕັ້ງ ມີຄວາມກະທັດຮັດ, ບໍ່ຊໍ້າຊ້ອນ, ບໍ່ກ້າວກ່າຍກັນ ແລະ ບໍ່ຍາດວຽກກັນເຮັດວຽກງານ ກ່ຽວຂ້ອງກັບຂະແໜງການໃດ ແມ່ນມອບສິດ ແລະ ຄວາມຮັບຜິດຊອບ ໃຫ້ຂະແໜງກັນນັ້ນ, ທ້ອງຖິ່ນນັ້ນ ຮັບຜິດຊອບຢ່າງຂາດຕົວ, ໂດຍຜ່ານກົນໄກປະຕູດຽວ, ມີຄວາມກະທັດຮັດ ແລະ ມີຄວາມໂປ່ງໃສ. ພ້ອມດຽວກັນນັ້ນ, ຕ້ອງໄດ້ບຸກທະລຸທາງດ້ານ ການກໍານົດໂກຕາພະນັກງານ-ລັດຖະກອນ; ຕ້ອງມີກົນໄກ ໃນການຕິດຕາມກວດກາການເຄື່ອນໄຫວ, ອັນສໍາຄັນແມ່ນ ຕ້ອງນໍາໃຊ້ເຄື່ອງມື, ລະບົບທີ່ທັນສະໄໝ ເຂົ້າໃນວຽກງານເກັບກໍາສະຖິຕິ, ເກັບກໍາການປະຕິບັດໜ້າທີ່ວຽກງານ ຂອງພະນັກງານ ເພື່ອບໍ່ໃຫ້ມີຄວາມຫຍຸ້ງຍາກ ໃນການເບີກຈ່າຍເງິນເດືອນໃຫ້ພະນັກງານ; ຕ້ອງເປັນເຈົ້າການໃນການຄົ້ນຄວ້າ ເພື່ອປັບປຸງກົງຈັກ, ລະບົບການບໍລິຫານປະເທດ, ລະບົບຕໍາແໜ່ງງານ, ກົງຈັກຂອງລັດຖະບານ, ກົງຈັກຂອງທ້ອງຖິ່ນ ເພື່ອກະກຽມໃຫ້ມັນທັນແຕ່ນີ້ ຈົນເຖິງການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກ ແລະ ກະກຽມໄວ້ໃຫ້ ແກ່ຄະນະລັດຖະບານ ຊຸດທີ 9

ໃນໂອກາດເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້ ທ່ານນາຍົກລັດຖະມົນຕີ ຍັງໄດ້ໃຫ້ກຽດມອບຫຼຽນໄຊ ແຮງງານຊັ້ນ I ໃຫ້ແກ່ພະນັກງານ-ລັດຖະກອນ ຂະແໜງພາຍໃນ ຈໍານວນ 35 ທ່ານ, ຫຼຽນໄຊແຮງງານຊັ້ນ II ຈໍານວນ 47 ທ່ານ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 58 ທ່ານ ແລະ ໃບຍ້ອງຍໍລັດຖະບານຈໍານວນ 115 ທ່ານ.

ແຫລ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ກົມປະຊາສຳພັນ.

No comments

Powered by Blogger.