ເກົາຫຼີເໜືອ ຍິງຂີປະນາວຸດ ຕົກລົງໃນທະເລຍີ່ປຸ່ນ - ອິດສະຫຼະ

ເກົາຫຼີເໜືອ ຍິງຂີປະນາວຸດ ຕົກລົງໃນທະເລຍີ່ປຸ່ນ



ສຳນັກຂ່າວຕ່າງປະເທດລາຍງານ: 12 ກຸມພາ 2017: ກະຊວງປ້ອງກັນປະເທດເກົາຫຼີໃຕ້ ອອກມາຖະແຫຼງວ່າ ເກົາຫຼີເໜືອ ໄດ້ຍິງຂີປະນາວຸດຄັ້ງໃໝ່ ເມື່ອເວລາ 07:55 ໃນຕອນເຊົ້າມື້ນີ້ຕາມເວລາທ້ອງຖິ່ນ ໂດຍຍິງຈາກຖານທັບອາກາດບັງຮະຢອນ ໃນແຂວງພະຢອງອັນເໜືອ ຂີປະນາວຸດດັ່ງກ່າວຖືກຍິງໄປຕົກໃນທະເລຍີ່ປຸ່ນ ແຕ່ຍັງບໍ່ສາມາດລະບຸຊະນິດໄດ້.

No comments

Powered by Blogger.