ເກົາຫຼີເໜືອ ເຜີຍແຜ່ພາບການທົດລອງຂີປະນາວຸດ ທີ່ຍິງຂ້າມຍີ່ປຸ່ນໃນມື້ວານນີ້ - ອິດສະຫຼະ

ເກົາຫຼີເໜືອ ເຜີຍແຜ່ພາບການທົດລອງຂີປະນາວຸດ ທີ່ຍິງຂ້າມຍີ່ປຸ່ນໃນມື້ວານນີ້



ສຳນັກຂ່າວຕ່າງປະເທດລາຍງານ 30 ສິງຫາ 2017 ວ່າ: ສຳນັກຂ່າວທາງການຂອງເກົາຫຼີເໜືອ (KCNA) ລາຍງານວ່າ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ລົງຕິດຕາມການທົດລອງຍິງຂີປະນາວຸດພິໄສກາງ (IRBM) Hwasong-12 ເມື່ອເຊົ້າວັນອັງຄານທີ່ຜ່ານມາ (29/08/2017) ເຊິ່ງຖືເປັນຄັ້ງທຳອິດທີ່ເກົາຫຼີເໜືອຍິງຂີປະນາວຸດອອກຈາກຖານປະຕິບັດການໃນເຂດຊູນັນ ທີ່ຢູ່ໃກ້ກັບນະຄອນຫຼວງປຽງຢາງ ແລະ ຍັງລະບຸອີກວ່າການທົດລອງຄັ້ງນີ້ມີຄວາມສຳຄັນຢ່າງຍິ່ງ ເພື່ອເປັນການຍົກລະດັບຄວາມພ້ອມຂອງກອງທັບປະຊາຊົນເກົາຫຼີ ເພື່ອກຽມໂຈມຕີເປົ້າໝາຍໃນມະຫາສະໝຸດປາຊີຟິກ.

ເຊິ່ງ Hwasong-12 ເປັນຂີປະນາວຸດລຸ້ນດຽວກັບທີ່ທ່ານ ຄິມ ຈອງ-ອຶນ ປະກາດເມື່ອກາງເດືອນນີ້ວ່າ ຈະໃຊ້ເປັນອາວຸດໃນການໂຈມຕີເກາະກວມ ດິນແດນຫ່າງໄກຂອງສະຫະລັດ ອາເມຣິກາ ທີ່ຕັ້ງຢູ່ເບື້ອງຕາເວັນອອກສຽງໃຕ້ຂອງມະຫາສະໝຸດປາຊີຟິກ ຫ່າງຈາກເກົາຫຼີເໜືອປະມານ 3,500 ກິໂລແມັດ.

ເຖິງຢ່າງໃດກໍ່ຕາມການທົດລອງຂີປະນາວຸດຄັ້ງນີ້ ໄດ້ຖືກຍິງຜ່ານນ່ານຟ້າເກາະຮອກໄກໂຄ ທາງພາກເໜືອຂອງປະເທດຍີ່ປຸ່ນ ກ່ອນຕົກລົງໃນທະເລທີ່ຢູ່ຫ່າງອອກໄປປະມານ 1,180 ກິໂລແມັດ, ອັນເປັນການສ້າງຄວາມບໍ່ພໍໃຈຢ່າງຍິ່ງໃຫ້ກັບຍີ່ປຸ່ນ.









No comments

Powered by Blogger.