ສື່ຕ່າງປະເທດກ່າວວ່າ ທ່ານ ນາງ ຍິ່ງລັກ ໜີໃນນາທີສຸດທ້າຍ ເພາະຮູ້ຜົນການຕັດສິນລ່ວງໜ້າ - ອິດສະຫຼະ

ສື່ຕ່າງປະເທດກ່າວວ່າ ທ່ານ ນາງ ຍິ່ງລັກ ໜີໃນນາທີສຸດທ້າຍ ເພາະຮູ້ຜົນການຕັດສິນລ່ວງໜ້າ



ສຳນັກຂ່າວ Reuters ລາຍງານ 29 ສິງຫາ 2017 ໂດຍອ້າງຂໍ້ມູນຈາກແຫຼ່ງຂ່າວເຊິ່ງເປັນບຸກຄົນໃກ້ຊິດກັບທ່ານ ນາງ ຍິ່ງລັກ ຊິນນະວັດ ອະດີດນາຍົກລັດຖະມົນຕີຂອງໄທວ່າ ອະດີດນາຍົກລັດຖະມົນຕີຍິງຄົນທຳອິດຂອງໄທນັ້ນ ໄດ້ຕັດສິນໃຈໜີອອກນອກປະເທດໃນນາທີສຸດທ້າຍ ພາຍຫຼັງທີ່ໄດ້ຮັບແຈ້ງຈາກແຫຼ່ງຂ່າວສ່ວນຕົວຫຼາຍຄົນວ່າ ສານຈະມີບົດລົງໂທດສະຖານໜັກ ໃນຄະດີຈຳນຳເຂົ້າແກ່ທ່ານ ແລະ ຈະບໍ່ອະນຸຍາດໃຫ້ມີການປະກັນຕົວ ໂດຍທ່ານ ນາງ ຍິ່ງລັກ ໄດ້ໜີອອກນອກປະເທດພ້ອມຜູ້ຊ່ວຍອີກ 2 ຄົນ ແລະ ມີອີກແຫຼ່ງຂ່າວໜຶ່ງທີ່ເປີດເຜີຍກັບສຳນັກຂ່າວ Reuters ບອກວ່າ ທ່ານ ນາງ ຍິ່ງລັກ ຫຼົບໜີອອກນອກປະເທດໃນຕອນບ່າຍຂອງວັນທີ 24 ສິງຫາ 2017.

ເຊິ່ງສານໄດ້ຕັດສິນໃຫ້ຜູ້ກ່ຽວພັນກັບໂຄງການຈຳນຳເຂົ້າຫຼາຍຄົນຕ້ອງຮັບໂທດໜັກເຊັ່ນບຸກຄົນໃນຄະນະລັດຖະບານຂອງທ່ານ ນາງ ຍິ່ງລັກ: ອະດີດລັດຖະມົນຕີກະຊວງການຄ້າ ຕິດຄຸກ 42 ປີ ແລະ ອະດີດລັດຖະມົນຕີກະຊວງການເງິນ ຕິດຄຸກ 36 ປີ.

- ສານອອກໝາຍຈັບ ອະດີດນາຍົກໄທ ເພາະບໍ່ໄປຂຶ້ນສານຟັງຄຳຕັດສິນໃນຄະດີໂຄງການຈຳນຳເຂົ້າ
- ທາງການກຳປູເຈຍ-ສິງກະໂປ ແລະ UAE ຍັງປະຕິເສດ ແລະ ບໍ່ສະແດງຄວາມເຫັນເລື່ອງທ່ານ ນາງ ຍິ່ງລັກ ໜີອອກປະເທດ
- ທ່ານ ນາງ ຍິ່ງລັກ ອະດີດນາຍົກໄທ ກຽມຍື່ນຂໍລີ້ໄພການເມືອງຢູ່ອັງກິດ
- ກຳປູເຈຍ ປະຕິເສດຢ່າງເປັນທາງການວ່າ ທ່ານ ນາງ ຍິ່ງລັກ ບໍ່ໄດ້ຫຼົບໜີເຂົ້າປະເທດ

No comments

Powered by Blogger.