ສ.ອາເມຣິກາ ທົດສອບຂີປະນາວຸດ SM-6 ສະກັດເປົ້າໝາຍຢ່າງແມ້ນຢຳ - ອິດສະຫຼະ

ສ.ອາເມຣິກາ ທົດສອບຂີປະນາວຸດ SM-6 ສະກັດເປົ້າໝາຍຢ່າງແມ້ນຢຳ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 30 ສິງຫາ 2017 ທີ່ຜ່ານມາວ່າ: ສຳນັກງານປ້ອງກັນຂີປະນາວຸດ (MDA) ຂອງກະຊວງປ້ອງກັນປະເທດສະຫະລັດ ອາເມຣິກາ ໄດ້ມີການທົດສອບປະສິດທິພາບຂອງຂີປະນາວຸດ Standard Missiles-6 (SM-6) ເຊິ່ງເປັນຂີປະນາວຸດນຳວິຖີຂ້າມທະວີບຈາກພື້ນສູ່ອາກາດ ເມື່ອຕອນເຊົ້າມືດຂອງວັນພຸດທີ່ຜ່ານມາຕາມເວລາທ້ອງຖິ່ນ ໂດຍການທົດສອບເປັນການຍິງຂີປະນາວຸດຂຶ້ນຈາກເຮືອຮົບ USS John Paul Jones ທີ່ລອຍລຳຢູ່ນອກຝັ່ງເກາະ Kauai, ໃນລັດຮາວາຍ ໂດຍໃຊ້ລະບົບເຣດາ SPY-1 ເຮັດໜ້າທີ່ກວດຈັບ ແລະ ຄວບຄຸມການຍິງ ເຊິ່ງຂີປະນາວຸດສາມາດຍິງສະກັດເປົ້າໝາຍທີ່ເປັນຂີປະນາວຸດພິໄສກາງຈຳລອງໄດ້ຢ່າງແມ້ນຢຳ.

ເຊິ່ງການທົດສອບປະສິດທິພາບຂອງ SM-6 ຄັ້ງດັ່ງນີ້ຖືເປັນການທົດສອບຄັ້ງທີ 2 ແລ້ວ ນັບຕັ້ງແຕ່ສະຫະລັດ ອາເມຣິກາ ແລະ ຍີ່ປຸ່ນພັດທະນາໂຄງການນີ້ຮ່ວມກັນເມື່ອປີ 2006 ແລະ ການທົດສອບຄັ້ງນີ້ເກີດຂຶ້ນພຽງ 1 ວັນ ພາຍຫຼັງທີ່ເກົາຫຼີເໜືອຍິງຂີປະນາວຸດພິໄສກາງ Hwasong-12 ຂ້າມນ່ານຟ້າຂອງເກາະຮອກໄກໂດ ທາງພາກເໜືອຂອງປະເທດຍີ່ປຸ່ນ.


No comments

Powered by Blogger.