(ວິດີໂອ) ລັດເຊຍໂຈມຕີຕອບໂຕ້ກຸ່ມກໍ່ການຮ້າຍ ທີ່ໂຈມຕີຖານທັບໃນຊີຣີ ເມື່ອຄໍ່າຄືນຂອງມື້ສົ່ງທ້າຍປີເກົ່າ - ອິດສະຫຼະ

(ວິດີໂອ) ລັດເຊຍໂຈມຕີຕອບໂຕ້ກຸ່ມກໍ່ການຮ້າຍ ທີ່ໂຈມຕີຖານທັບໃນຊີຣີ ເມື່ອຄໍ່າຄືນຂອງມື້ສົ່ງທ້າຍປີເກົ່າ



ເມື່ອວັນທີ 12 ມັງກອນ 2018 ທີ່ຜ່ານມາ ກະຊວງປ້ອງກັນປະເທດລັດເຊຍ ໄດ້ເຜີຍແຜ່ວິດີໂອປະຕິບັດການໂຈມຕີຕອບໂຕ້ກຸ່ມກໍ່ການຮ້າຍ ທີ່ໄດ້ໃຊ້ປືນຄົກໂຈມຕີຖານທັບຂອງລັດເຊຍຢູ່ເມືອງຄະໄມມິມ ແຂວງລາຕາເຄຍ ຂອງປະເທດຊີຣີ ເມື່ອວັນທີ 31 ທັນວາ 2017 ທີຜ່ານມາ,  ຖານທັບລັດເຊຍທີ່ຄະໄມມິມ ຖືເປັນຖານປະຈຳການຂອງກຳລັງພົນ ແລະ ອາວຸດຫຼາຍທີ່ສຸດໃນຊີຣີຂອງກອງທັບລັດເຊຍ ໂດຍປະຕິບັດການໂຈມຕີຄັ້ງດັ່ງກ່າວແມ່ນລວມທັງການທຳລາຍຄັງອາວຸດທີ່ໃຊ້ເກັບມ້ຽນໂດຣນ ແລະ ທຳລາຍກຸ່ມກໍ່ການຮ້າຍທີ່ເປັນຕົວບຸກຄົນ.

ເຊິ່ງການໂຈມຕີຖານທັບລັດເຊຍໃນຊີຣີຂອງກຸ່ມກໍ່ການຮ້າຍໃນຄັ້ງນີ້ມີລາຍງານວ່າ ທະຫານລັດເຊຍເສຍຊີວິດ 2 ຄົນ ແລະ ຍົນຮົບອີກ 7 ລຳໃນໄດ້ຮັບຄວາມເສຍຫາຍ ແຕ່ເຖິງຢ່າງໃດກໍ່ຕາມ ທາງກະຊວງປ້ອງກັນປະເທດລັດເຊຍໄດ້ຖະແຫຼງປະຕິເສດກະແສຂ່າວການເສຍຊີວິດຂອງທະຫານທັງສອງ.

ຖານທັບຄະໄມມິມຂອງລັດເຊຍ ທີ່ຕັ້ງຢູ່ແຄມຝັ່ງທະເລເມດີເຕີເຣນຽນ ທາງພາກຕາເວັນຕົກຂອງຊີຣີ ໄດ້ຕົກເປັນເປົ້າໝາຍຂອງການພະຍາຍາມໂຈມຕີຫຼາຍຄັ້ງ ໂດຍສະເພາະແມ່ນການໂຈມຕີໂດຍໃຊ້ເຄື່ອງບິນບໍ່ມີຄົນຂັບ ຫຼື ໂດຣນ.


ຈາກການຖະແຫຼງຂອງກະຊວງປ້ອງກັນປະເທດລັດເຊຍເມື່ອວັນຈັນ (8 ມັງກອນ) ທີ່ຜ່ານມາໃຫ້ຮູ້ວ່າ: ມີຄວາມພະຍາຍາມໂຈມຕີຖານທັບດັ່ງກ່າວເຖິງ 13 ຄັ້ງດ້ວຍໂດຣນ ເຊິ່ງເຈົ້າໜ້າທີ່ປະຈຳຖານທັບສາມາດທຳລາຍໂດຣນສູ້ຮົບໄດ້ 7 ລຳ ແລະ ສາມາດສະກັດໄວ້ໄດ້ກ່ອນເຂົ້າສູ່ເຂດຊັ້ນໃນຂອງຖານທັບອີກ 6 ລຳ. ນອກຈາກນີ້ທາງກະຊວງປ້ອງກັນປະເທດລັດເຊຍຍັງກ່າວວ່າ ໄດ້ມີການຈັດຕັ້ງກອງກຳລັງເຝົ້າຕິດຕາມການລອບໂຈມຕີຕະຫຼອດ 24 ຊົ່ວໂມງ ຢູ່ຖານທັບດັ່ງກ່າວ.

ວິດີໂອ: ປະຕິບັດການໂຈມຕີຄັງອາວຸດຂອງກຸ່ມກໍ່ການຮ້າຍທີ່ໃຊ້ເກັບມ້ຽນໂດຣນ


ວິດີໂອ: ປະຕິບັດການໂຈມຕີທຳລາຍກຸ່ມກໍ່ການຮ້າຍທີ່ກຳລັງຈະສັບປ່ຽນລົດ ຈາກອີກຄັນໜຶ່ງໄປຍັງອີກຄັນໜຶ່ງ



No comments

Powered by Blogger.